ທ່ອງທ່ຽວ

ສີສັນ ບຸນຊົນເຜົ່າ ແຂວງບໍ່ແກ້ວ ດິນແດນເມືອງເກົ່າສຸວັນນະໂຄມຄຳ

ໃນລະຫວ່າງວັນທີ 10-14 ມັງກອນ 2018 ແຂວງ ບໍ່ແກ້ວ ໄດ້ຈັດງານບຸນປະເພນີຂອງບັນດາເຜົ່າພາຍໃນແຂວງຂຶ້ນ ທີ່ເດີ່ນກິລາປ່າອ້ອຍແຂວງ ບໍ່ແກ້ວເພື່ອເປັນການສົ່ງເສີມຮີດຄອງປະເພນີອັນດີງາມ ແລະ ເອກະລັກສະເພາະຂອງຊົນເຜົ່າຕ່າງໆໄວ້ໃຫ້ນັກທ່ອງທ່ຽວໄດ້ສຶກສາ.

ໃນງານກໍມີຫຼາກຫຼາຍຊົນເຜົ່າພາຍໃນແຂວງບໍ່ແກ້ວເຂົ້າຮ່ວມ ເຊິ່ງໄດ້ສ້າງສີສັນໃຫມ່ ໃນການໂຄສະນາເອກະລັກແລະຮີດຄອງປະເພນີບັນດາເຜົ່າໃຫ້ໄດ້ຮັບການສືບທອດ ບໍ່ວ່າຈະເປັນຊົນເຜົ່າອາຄາ, ເຜົ່າຍວນ, ເຜົ່າພູນ້ອຍ, ເຜົ່າໄຕດຳ, ເຜົ່າລາຫູ ແລະອີກຫຼາຍຊົນເຜົ່າທີ່ອາໄສຢູ່ໃນດິນແດນແຂວງບໍ່ແກ້ວ

 ອີງຕາມຂໍ້ມູນຈາກເວັບໄຊhttp://bokeo.gov.la ໃຫ້ຮູ້ວ່າ: ປັດຈຸບັນທົ່ວແຂວງບໍ່ແກ້ວມີປະຊາກອນທັງໝົດ 173.743 ຄົນ, ຍິງ 86.767 ຄົນ, ມີ 31.210 ຄົວເຮືອນ ແລະ ມີ 262 ບ້ານ. ແຂວງບໍ່ແກ້ວມີ 13 ຊົນເຜົ່າ, ເຊິ່ງແຕ່ລະຊົນເຜົ່າມີຮີດຄອງປະ ເພນີອັນຫຼາກຫຼາຍທີ່ມີຄວາມແຕກຕ່າງກັນ, ມີວັດທະນະທຳການດຳລົງຊີວິດແລະຮູບແບບການທຳມາຫາກິນທີ່ເປັນເອກະລັກຂອງເຜົ່າ ຕົນ. ປະກອບມີ5ເມືອງຄື ເມືອງຫ້ວຍຊາຍ, ເມືອງຕົ້ນເຜິ້ງ, ເມືອງເມິງ, ເມືອງປາກທາ ແລະ ເມືອງຜາອຸດົມ
















ຮູບຈາກເຟສບຸກall about bokeo - ຄົນບໍ່ແກ້ວ ແຂວງບໍ່ແກ້ວ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About Laos Postcard - Noy

0 comments:

Post a Comment

Powered by Blogger.