ການຄ້າ

ໝົດປີ2017 ມູນຄ່າການຄ້າຂອງລາວ ອາດບັນລຸຫຼາຍກວ່າ9ຕື້ໂດລາ ຫຼັງຈາກຕົວເລກ9 ເດືອນບັນລຸເກືອບ 7 ຕື້ໂດລາ


ໃນ 9 ເດືອນຂອງປີ 2017 ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ບັນລຸ ເກືອບ7ຕື້ໂດລາ ຫລື ປະມານ 56ພັນຕື້ກີບ ເພີ່ມຂຶ້ນ 10,2% ທຽບໃສ່ປີຜ່ານມາ ແລະຄາດຄະເນໝົດປີຈະບັນລຸຫຼາຍກວ່າ9ຕື້ໂດລາ ປະມານ72ພັນຕື້ກີບ. ໃນນັ້ນ, ການສົ່ງອອກປະຕິບັດໄດ້ 3,6ຕຶ້ໂດລາສະຫະລັດ ເພີ່ມຂຶ້ນ 13,4% .


ອີງຕາມການລາຍງານຂອງໜັງສືພິມ ເສດຖະກິດ ການຄ້າໃນອາທິດຜ່ານມາໃຫ້ຮູ້ວ່າ: ໂດຍອີງໃສ່ຂໍ້ມູນຈາກ ກົມພາສີ, ກະຊວງ ການເງິນ ແລະ ຫ້ອງການ, ກະຊວງ ພະລັງງານ ແລະ ບໍ່ແຮ່, ໃນ 9 ເດືອນຂອງປີ 2017 ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ສາມາດບັນລຸໄດ້ທັງໝົດ 6.942 ລ້ານໂດລາສະຫະລັດ, ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແມ່ນເພີ່ມຂຶ້ນ 10,2%. ໃນນັ້ນ, ມູນຄ່າການສົ່ງອອກປະຕິບັດໄດ້ 3.615,6 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 13,4%. ສິນຄ້າສົ່ງອອກທັງໝົດ ມີ 749 ລາຍການ (ຕາມລະຫັດພາສີ 8 ຕົວເລກ), ໃນນັ້ນ, ສົ່ງອອກຕົ້ນຕໍແມ່ນໄຟຟ້າ, ແຮ່ທາດ,  (ທອງ, ຄໍາປະສົມ), ອຸດສາຫະກໍາປຸງແຕ່ງ (ໂຄງຮ່າງກ້ອງບັນທຶກພາບ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໄຟຟ້າ, ນໍ້າຕານ...), ກະສິກໍາ (ໝາກກ້ວຍ, ມັນຕົ້ນ, ກາເຟ, ຢາງພາລາ, ສາລີ ແລະ ເຂົ້າ) ດັ່ງສະແດງຢູ່ຕາຕະລາງ 01.

ຕາຕະລາງ 01: ສິນຄ້າສົ່ງອອກຕົ້ນຕໍ່ຂອງ ສປປ ລາວ ໃນ 9 ເດືອນ 2017


ສປປ ລາວ ສົ່ງອອກສິນຄ້າໄປຍັງ 74 ປະເທດ/ຂົງເຂດ ໃນໂລກ. ໃນນັ້ນ, ຕະຫລາດຕົ້ນຕໍ ແມ່ນ ໄທ, ສປ ຈີນ, ສສ ຫວຽດນາມ, ອິນເດຍ, ຍີ່ປຸ່ນ, ເຢຍລະມັນ ແລະ ສະຫະລັດອາເມລິກາ ຊຶ່ງກວມເອົາ 46,9%, 24,5%, 23,6%, 13,6%, 3,8%, 1,6%, 1,2% ຕາມລຳດັບ ດັ່ງສະແດງຢູ່ຕາຕະລາງ 02.

ຕາຕະລາງ 02: ຕະຫຼາດສົ່ງອອກສິນຄ້າຕົ້ນຕໍ ຂອງ ສປປ ລາວ ໃນ 9 ເດືອນ 2017

ມູນຄ່າການນໍາເຂົ້າ ແມ່ນບັນລຸໄດ້ 3.401 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 9,5% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ. ສິນຄ້ານຳເຂົ້າທັງໝົດ 4227 ລາຍການ (ຕາມລະຫັດອັດຕາພາສີ 8 ຕົວເລກ),  ນຳເຂົ້າຕົ້ນຕໍ ແມ່ນ ພາຫະນະ ແລະ ຊິ້ນສ່ວນອາໄຫຼ່, ນໍ້າມັນເຊຶ້ອໄຟ (ນໍ້າມັນແອັດຊັງ, ກາຊວນ ແລະ ກາດ), ເຄື່ອງໃຊ້ໄຟຟ້າ, ເຫຼັກ ແລະ ອຸປະກອນທີ່ເຮັດດ້ວຍເຫຼັກ, ອຸປະກອນກົນຈັກ ດັ່ງສະແດງອອກຢູ່ຕາຕະລາງ 03.

ຕາຕະລາງ 03: ສິນຄ້ານຳເຂົ້າຕົ້ນຕໍຂອງ ສປປ ລາວ ໃນ 9 ເດືອນ 2017



ສປປ ລາວ ນໍາເຂົ້າສິນຄ້າມາຈາກ 72 ປະເທດ/ຂົງເຂດ ໃນໂລກ, ແຕ່ນໍາເຂົ້າຫລາຍກວ່າໝູ່ແມ່ນມາຈາກປະເທດເພື່ອນບ້ານ ເຊັ່ນ: ລຊ ໄທ, ສປ ຈີນ ແລະ ສສ ຫວຽດນາມ. ນອກນັ້ນ, ຍັງນໍາເຂົ້າມາຈາກ ຍີ່ປຸ່ນ, ສ.ເກົາຫຼີ, ອິນໂດເນເຊຍ, ສິງກະໂປ ແລະ ເຢຍລະມັນ ດັ່ງສະແດງຢູ່ຕາຕະລາງ 04.

ຕາຕະລາງ 04: ປະເທດນຳເຂົ້າສິນຄ້າຕົ້ນຕໍຂອງ ສປປ ລາວ ໃນ 9 ເດືອນ 2017


ຈາກສະຖິຕິຂ້າງເທິງ ແລະ ໂດຍອີງໃສ່ຕົວເລກຈັດຕັ້ງປະຕິບັດໄລຍະຜ່ານມາ, ມູນຄ່າການນຳເຂົ້າ ແລະ ສົ່ງອອກ ປີ 2017 ຄາດວ່າຈະປະຕິບັດໄດ້ທັງໝົດ ປະມານ 9.345 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 10,5% ເມື່ອທຽບໃສ່ປີ 2016. ໃນນີ້, ມູນຄ່າການສົ່ງອອກຄາດວ່າຈະບັນລຸ 4.803 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 13,4%, ສ່ວນມູນ ຄ່າການນຳເຂົ້າຄາດວ່າປະຕິບັດໄດ້ 4.542 ລ້ານ ໂດລາສະຫະລັດ ເພີ່ມຂຶ້ນ 7,6%.

ຄາດຄະເນມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປີ 2018 ຈະບັນລຸໄດ້ທັງໝົດ 9.993 ລ້ານໂດລາສະຫະລັດ. ໃນນີ້, ການສົ່ງອອກຄາດວ່າຈະບັນລຸໄດ້ 5.015 ລ້ານ ໂດລາ, ສິນຄ້າທີ່ສົ່ງອອກຕົ້ນຕໍຍັງແມ່ນ ໄຟຟ້າ, ແຮ່ທາດ, ສິນຄ້າອຸດສາຫະກໍາ ແລະ ສິນຄ້າກະສິກໍາ. ສຳລັບມູນຄ່າການນຳເຂົ້າຄາດວ່າຈະບັນລຸໄດ້ 4.978 ລ້ານໂດລາສະຫະລັດ, ສິນຄ້າທີ່ນໍາເຂົ້າຕົ້ນຕໍແມ່ນ ພາຫະນະ ແລະ ຊິ້ນສ່ວນອາໄຫຼ່, ນໍ້າມັນເຊື້ອໄຟ, ເຄື່ອງໃຊ້ໄຟຟ້າ, ອຸປະກອນກົນຈັກ ແລະ ອຸປະກອນເຄື່ອງກໍ່ສ້າງ. ຕະຫຼາດນໍາເຂົ້າ ແລະ ສົ່ງອອກຕົ້ນຕໍ ຍັງແມ່ນບັນດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ ເຊັ່ນ: ລຊ ໄທ, ສສ ຫວຽດນາມ ແລະ ສປ ຈີນ.


ແຫລ່ງທີ່ມາຈາກຫນັງສືພິມ ເສດຖະກິດ ການຄ້າ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.