ກອງທັບ

ເຈົ້າແຂວງສະຫວັນນະເຂດ ລົງຢ້ຽມຢາມກອງຮ້ອຍຊາຍແດນເຂດເມືອງໄຊພູທອງ


ໃນຕອນເຊົ້າວັນທີ 11 ມັງກອນ 2018, ທ່ານ ສັນຕິພາບ ພົມວິຫານເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະບັນຊາ ປກຊ-ປກສ ແຂວງ, ພະແນກການກົມກອງຈຳນວນໜຶ່ງ ໄດ້ລົງຢ້ຽມຢາມບັນດາອ້າຍນ້ອງທະຫານຊາຍແດນ ເຂດເມືອງໄຊພູທອງ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 69 ປີ.

ໂອກາດນີ້, ທ່ານເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ ກໍ່ໄດ້ຂີ່ເຮືອໄປຢ້ຽມຢາມບັນດາອ້າຍນ້ອງທະຫານທີ່ກຳລັງປະຕິບັດໜ້າທີ່ຢູ່ທີ່ເຂດຊາຍແດນດອນໜອງລົ່ມ ແລະດອນຕານ ພ້ອມທັງໄປຢ້ຽມຢາມກອງຮ້ອຍທະຫານຊາຍແດນ 325 ທີ່ຂຶ້ນກັບເມືອງໄຊພູທອງ .

ໂອກາດນີ້, ທ່ານເຈົ້າແຂວງ ກໍ່ໄດ້ຮັບຟັງການລາຍງານສະພາບການຕ່າງໆ ພ້ອມທັງກ່າວໂອ້ລົມ ໂດຍກ່ອນອື່ນທ່ານກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍບັນດາອ້າຍນ້ອງທະຫານທີ່ປະຕິບັດໜ້າທີ່ຂອງຕົນທີ່ໄດ້ຮັບມອບໝາຍໄດ້ເປັນຢ່າງດີ ຈາກນີ້ກໍ່ໃຫ້ສືບຕໍ່ໃນການຮັກສາຄວາມສະຫງົບໃຫ້ໄດ້ ເພື່ອກຽມໃສ່ປີທ່ອງທ່ຽວລາວປີ 2018ນີ້, ສືບຕໍ່ສະກັດກັ້ນ ແລະແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆເປັນຕົ້ນການຄ້າຂາຍຢາເສບຕິດ, ການຄ້າຂາຍເຖື່ອນໃນຂອບເຂດຊາຍແດນໃຫ້ຫລຸດໜ້ອຍຖອຍລົງເທື່ອລະກ້າວ ພ້ອມນີ້ທ່ານກໍ່ໄດ້ກ່າວພອນອວຍແດ່ນາຍ ແລະພົນທະຫານຊາຍແດນໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 69 ປີທີ່ກຳລັງຈະມາຮອດໃນມໍ່ນີ້.

ໃນການລົງເຄື່ອນໄຫວໃນຄັ້ງນີ້, ທ່ານ ສັນຕິພາບ ພົມວິຫານ ພ້ອມດ້ວຍຄະນະກໍ່ຍັງໄດ້ນຳເອົາເຄື່ອງບໍລິໂພກ-ອຸປະໂພກ ແລະປັດໄຈຈຳນວນໜຶ່ງ ລວມມູນຄ່າທັງໝົດ 7.7 ລ້ານກວ່າກີບ ມອບໃຫ້ແກ່ອ້າຍນ້ອງທະຫານຊາຍແດນນຳອີກ.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.