ທຳມະຊາດ

ຢືນຢັນ! ເກີດເຫດແຜ່ນດິນໄຫວຢູ່ຫຼັກ 20 ຮັບຮູ້ໄດ້ 2 ເມືອງ


ພະແນກຕາໜ່າງສະຖານີອຸຕຸນິຍົມ ແລະ ແຜ່ນດິນໄຫວ ກົມອຸຕຸນິຍົມ ແລະ ອຸທົກກະສານ,  ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ລາຍງານໃນວັນທີ15ມັງກອນ 2018 ນີ້ກ່ຽວກັບການເກີດແຜ່ນດິນໄຫວທີ່ເມືອງຄຳເກີດແຂວງບໍລິຄຳໄຊ ວ່າ: ຈາກຂໍ້ມູນແຜ່ນດິນໄຫວຂອງສະຖານີແຜ່ນດິນໄຫວ ຫຼັກຊາວ  Web site ຂອງປະເທດໄທ ແລະ ສປ ຈີນ ໄດ້ພົບສັນຍາການເກີດແຜ່ນດິນໄຫວໃນປະເທດລາວຈຳນວນ 1 ຄັ້ງ ໃນວັນທີ 14 ມັງກອນ 2018  ເວລາ 13 ໂມງ 36 ນາທີ 44 ວິນາທີ ຂອງໂມງ UTC 




ຈຸດສູນກາງທີ່ Latitude= 18ໍ24'00" N ແລະ Longitude= 105ໍ 00'00''E  ເຂດບ້ານນ້ຳປານ ເມືອງຄຳເກີດ ແຂວງບໍລິຄຳໄຊ, ວັດຄວາມແຮງສັ່ນສະເທືອນ 4.8 ຣິກເຕີ, ເລິກ 10 ກິໂລແມັດ ຕາມເວລາໃນບ້ານເຮົາແມ່ນ 13 ໂມງ 36 ນາທີ 44 ວິນາທີ ຂອງວັນທີ 14 ມັງກອນ 2018
ແນວໃດກໍຕາມ, ແຜ່ນດິນໄຫວຄັ້ງນີ້ ຍັງບໍ່ມີລາຍງານຄວາມເສຍຫາຍ ຫຼືຜູ້ຄົນໄດ້ຮັບບາດເຈັບຫຼືເສຍຊີວິດ


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About see

0 comments:

Post a Comment

Powered by Blogger.