LU02

ເກີດເຫດໄຟໄໝ້ເຮືອນຢູ່ໜອງບຶກ



ຕອນສວາຍມື້ນີ້(ວັນທີ15/01/2018) ເວລາ 14:35 ໄດ້ເກີດເຫດໄຟໄໝ້ເຮືອນປະຊາຊົນ ເຂດຫ້ອງການບ້ານ ບ້ານໜອງບືກ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ຕາມລາຍງານຂອງໜ່ວຍກູ້ໄພມູນນິທິຈີນ ພາຍຫຼັງໄດ້ຮັບແຈ້ງເຫດທາງໜ່ວຍກູ້ໄພໄດ້ຮີບຮ້ອນໄປຍັງຈຸດເກີດເຫດ ເມື່ອໄປຮອດພົບເຫັນໄຟກຳລັງລຸກແຮງຢູ່ໃນເຮືອນ ແລະເຮືອນຄົວ ດັ່ງນັ້ນໜ່ວຍກູ້ໄພມູນນິທິຈີນ1628ພ້ອມເຈົ້າໜ້າທີ່ມອດໄຟນະຄອນຫຼວງ (ດັບເພີງ) ໄດ້ຊ່ວຍກັນສະກັດກັ້ນມອດໄຟໄດ້ເປັນທີ່ຮຽບຮ້ອຍ.



ເບິ່ງຈາກຮູບໄຟໄໝ້ຄັ້ງນີ້ເຮັດໃຫ້ເກີດຄວາມເສຍຕໍ່ອຸປະກອນເຄື່ອງໃຊ້ໃນເຮືອນຄົວຫຼາຍສົມຄວນ, ສ່ວນສາເຫດເຮັດໃຫ້ເກີດໄຟໄໝ້ໃນຄັ້ງນີ້ແມ່ນຍັງຢູ່ໃນການສືບສວນສອບສວນຂອງເຈົ້າໜ້າທີ່.










-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.