ທ່ອງທ່ຽວ

ຊົມເຊີຍຫວຽດນາມ! ແຂວງ ກວາງນິງ ຍົກລະດັບການບໍລິການ wifi ໂດຍບໍ່ເສຍຄ່າ 100 ແຫ່ງເພື່ອຮັບໃຊ້ປີທ່ອງທ່ຽວແຫ່ງຊາດ 2018


(VOVWORLD) -  ເພື່ອຮັບໃຊ້ຄວາມຕ້ອງການດ້ານຂໍ້ມູນຂ່າວສານ ແລະ ຕອບສະໜອງຄວາມຕ້ອງການນຳໃຊ້ ອີນເຕີເນັດ ພວມເພີ່ມຂຶ້ນສູງຂອງແຂກທ່ອງທ່ຽວນັບລ້ານເທື່ອຄົນທີ່ຈະມາຢ້ຽມຢາມແຂວງ ກວາງນີງ ໃນປີ 2018 ໂດຍມີສະຖານທີ່ທ່ອງທ່ຽວຍອດນິຍົມລະດັບໂລກຢ່າງຮ່າລອງເບ.


ກຸ່ມບໍລິສັດໂທລະຄົມມະນາຄົມ ຫວຽດນາມ VNPT ຫາກໍ່ດຳເນີນການຍົກລະດັບພື້ນຖານໂຄງລ່າງເຄືອຂ່າຍອີນເຕີເນັດ, ຕິດຕັ້ງບັນດາສະຖານີສົ່ງສັນຍານ 4G ຕື່ມອີກ. ໂດຍມີສະຖານທີ່ສົ່ງສັນຍານ wifi ໂດຍບໍ່ເສຍຄ່າເກືອບ 100 ແຫ່ງໄດ້ຮັບການຍົກລະດັບ, ລວມມີ 44 ແຫ່ງໃນບໍລິເວນນະຄອນ, 35 ແຫ່ງໃນເກາະ ໂກໂຕ ແລະ 17 ແຫ່ງເທິງທະເລບ່ອນທີ່ແຂກທ່ອງທ່ຽວແວ່ຢາມ.



        ຄຽງຄູ່ກັນນັ້ນ, VNPT ກໍ່ຈະຈັດຕັ້ງລົດສົ່ງສັນຍານເຄື່ອນທີ່ ໃນບັນດາເຫດການໃຫຍ່ທີ່ຈັດຕັ້ງໃນປີທ່ອງທ່ຽວແຫ່ງຊາດ 2018 ນັ້ນ, ບັນດາງານບຸນໃຫຍ່ທີ່ເຕົ້າໂຮມປະຊາຊົນ, ແຂກທ່ອງທ່ຽວໃນບໍລິເວນແຂວງ ກວາງນີງ ເພື່ອຫຼີກລຽງສະພາບສັນຍານຖືກຕິດຂັດ…


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.