LU03

ລາແລ້ວ! ອະດີດເລຂາທິການ ສະຫະພັນບານເຕະລາວ ມອບໜ້າທີ່ໃຫ້ກັບ ຜູ້ຮັບໜ້າທີ່ຕໍ່ທາງການ


    ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ມີພິທີເຊັນບົດບັນທຶກ ມອບ - ຮັບ ວຽກງານ ລະຫວ່າງ ທ່ານ ປອ ໄຊບັນດິດ ຣາຊະພົນ ອະດີດເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ທີ່ລາອອກຈາກຕໍາແໜ່ງ ແລະ ທ່ານ ນາງ ຍອດແກ້ວ ພາວະດີ ຮອງເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ທີ່ເຂົ້າມາຮັບໜ້າທີ່ຮັກສາການແທນ.


   ພິທີດັ່ງກ່າວ ຈັດຂຶ້ນທີ່ຫ້ອງປະຊຸມມ ສຕລ ໃນວັນທີ 15 ມັງກອນ 2018 ໂດຍການເປັນສັກຂີພະຍານ ຂອງ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິຫານງານ ແລະ ບັນດາຫົວຫນ້າພະແນກຕ່າງໆ ພາຍໃນຫ້ອງການ ສະຫະພັນບານເຕະແຫ່ງຊາດລາວ.
 ກ່ອນໜ້ານີ້  ປອ. ໄຊບັນດິດ ຣາຊະພົນ ໄດ້ແຈ້ງເຈດຈຳນົງ ໃນການລາອອກຈາກຕຳແໜ່ງຂອງຕົນ ເຖິງເລຂາທິການຂອງ FIFA, AFC ແລະ  AFF ພາຍຫຼັງເຮັດໜ້າທີ່ນີ້ມາເປັນເວລາ 6 ປີ.
  ສ່ວນສາເຫດໃນການລາອອກໃນຄັ້ງນີ້ ທ່ານໄດ້ເປີດເຜີຍວ່າ: "ເພື່ອເປັນການເປີດໂອກາດໃຫ້ ຄົນເກັ່ງໄດ້ເຂົ້າມາບໍລິຫານ, ທາງຄະນະ ບໍລິຫານງານ ສຕລ ມີ ເປົ້າໝາຍ ແລະ ຈຸດປະສົງ ທີ່ຈະພັດທະນາ ບານເຕະ ລາວ ດ້ວຍທີມງານໃໝ່ ເພື່ອບັນລະເປົ້າໝາຍ ທີ່ວາງໄວ້ ສ່ວນ ຂ້າພະເຈົ້າ ເອງ ກໍຈະໄດ້ຂໍເວລາໄປສຸມໃສ່ ທຸລະກິດ ຂອງຕົນເອງຢ່າງຈິງຈັງ ".


   ຫຼ້າສຸດ ໄດ້ມີການມອບຮັບໜ້າທິ່ດັ່ງກ່າວສໍາເລັດແລ້ວ ໂດຍຈຸດປະສົງດັ່ງກ່າວ ຈັດຂຶ້ນເພື່ອປະຕິບັດຕາມການຕົກລົງເຫັນດີຂອງຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ແລະ ອີງຕາມຈຸດປະສົງຂໍລາອອກຈາກຕຳແຫນ່ງຂອງ ທ່ານ ປອ ໄຊບັນດິດ ຣາຊະພົນ, ເຊິ່ງທາງຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ ໄດ້ຕົກລົງເຫັນດີເປັນເອກະພາບມອບໃຫ້ ທ່ານ ນາງ ຍອດແກ້ວ ພາວະດີ ຮອງເລຂາທິການ ຂຶ້ນເປັນ ຮັກສາການ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ເຊິ່ງມີຜົນສັກສິດ ນັບຕັ້ງແຕ່ວັນທີ 8 ມັງກອນ 2018.


   ເພື່ອຮັບປະກັນໃຫ້ວຽກງານຂອງ ສຕລ ໄດ້ສືບຕໍ່ດຳເນີນໄປຢ່າງຕໍ່ເນື່ອງ ພ້ອມທັງຮັບປະກັນການພົວພັນລະຫວ່າງສະຫະພັນບານເຕະແຫ່ງຊາດລາວ ຕໍ່ກັບ FIFA, AFC, AFF ແລະ ສະຫະພັນບານເຕະອ້ອມຂ້າງ.




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About larmkp

0 comments:

Post a Comment

Powered by Blogger.