LU02

ເກີດເຫດເສົ້າສອງພໍ່ລູກຕົກນ້ຳເສຍຊີວິດທີ່ຈຳປາສັກ


ມື້ວານນີ້ວັນທີ 14 ມອງກອນ 2018 ເວລາ 17:00 ໄດ້ເກີດເຫດຄົນຈົມນໍ້າ ບ້ານໂນນຈັນ(ໜອງສະ), ເມືອງປາກຊ່ອງ, ແຂວງຈຳປາສັກ, ໜ່ວຍກູ້ໄພສາຂາ ປາກເຊ ຈື່ງໄດ້ອອກກວດສອບເຫດເພື່ອຄົ້ນຫາຜູ້ເສຍຊີວິດ ແລະ ໄດ້ສົມທົບກັບທະຫານປ້ອງກັນ ອອກຊອກຫາຈົນຮອດເວລາ 00:00 ນາທີ ແຕ່ຍັງບໍ່ພົບຜູ້ເສຍຊີວິດເທື່ອ.



ໃນມື້ຕໍ່ມາເວລາ 08:30 ນາທີ ທີມກູ້ໄພຮ່ວມກັບທະຫານປ້ອງກັນກໍ່ໄດ້ສືບຕໍ່ຄົ້ນຫາຈົນຮອດເວລາ 11:00 ນາທີ ຈິ່ງພົບຜູ້ເສຍຊີວິດເປັນເພດຊາຍ 2 ຄົນ (ເຊິ່ງເປັນພໍ່ກັບລູກ) 1. ອາຍຸ 23 ປີ, ອາຊີບ: ພະນັກງານທະຫານ (ພໍ່), 2 ອາຍຸ 04 ປີ (ລູກ). ດັ່ງນັ້ນ, ໜ່ວຍກູ້ໄພສາຂາປາກເຊ ຈຶ່ງໄດ້ນຳສົບຜູ້ເສຍຊີວິດກັບສົ່ງບ້ານເປັນທີ່ຮຽບຮ້ອຍແລ້ວ.
(ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດ)












ຂ່າວຈາກ ໜ່ວຍກູ້ໄພແຂວງຈຳປາສັກ

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About see

0 comments:

Post a Comment

Powered by Blogger.