ກອງຜ່າປ່າ

ແຂວງຄໍາມ່ວນ ຮັບກອງຜ້າປ່າຈາກນະຄອນຫຼວງວຽງຈັນ ເພື່ອໄປທອດຖວາຍຢູ່ວັດປ່າສີໂຄດຕະບູນ (ບ້ານດົງບູນ )


 ໃນຕອນແລງຂອງວັນທີ 12  ມັງກອນ 2018 ເຊິ່ງກົງກັບແຮມ 11 ຄໍ່າ ເດືອນ 02 ລາວ ພສ 2560 ຢູ່ທີ່ວັດພຣະທາດສີໂຄດຕະບອງ ( ທາດເມືອງເກົ່າ ) ບັນດາພຣະເຖຣະນຸເຖຣະ ແລະ ອອກຕົນຍາດ
ໂຍມຈາກຫຼາຍພາກສ່ວນທັງພາຍໃນເມືອງທ່າແຂກເວົ້າສະເພາະ,ເວົ້າລວມແຂວງຄໍາມ່ວນ ແລະ ຈາກນະຄອນຫຼວງວຽງຈັນເຊິ່ງຝ່າຍຄາລະວາດນໍາໂດຍພັນລະຍາຂອງທ່ານ ທອງລຸນ ສີສຸລິດນາຍົກລັດຖະມົນຕີແຫ່ງ ສປປ ລາວ . ຝ່າຍພຣະສົງນໍາໂດຍຍາທ່ານ ບຸນທ່າຍ ຈັນທະໄພຈິດປະທານ ອພສ ແຂວງ .



ນອກຈາກນັ້ນຍັງມີບັນດາການນໍາຂັ້ນຕ່າງໆຂອງແຂວງຄໍາມ່ວນນໍາໂດຍທ່ານ ໂອໄດ ສຸດາພອນເຈົ້າ
ແຂວງໆຄໍາມ່ວນພ້ອມດ້ວຍພັນລະຍາໄດ້ພ້ອມກັນໄຫວ້ພຣະຮັບສິນ , ພຣະສົງສັມມະເນນ
ສູດປະຣິຕະມຸງຄຸນພ້ອມທັງສະແດງພຣະທັມມະເທສະໜາ . ພໍຮອດຕອນຄໍ່າຄືນຂອງວັນດຽວ
ກັນແມ່ນໄດ້ມີການຄົບງັນຕາມຮີດຄອງປະ ເພນີໂດຍໄດ້ເຊີນເອົາໝໍລໍາພາຍໃນທ້ອງຖິ່ນ
ມາລໍາຕອບແກ້ກັນເພື່ອສ້າງບັນຍາກາດພາຍໃນງານຕະຫຼອດຄືນ .


  ຈາກນັ້ນໃນວັນທີ 13 ມັງກອນ 2018 ເຊິ່ງກົງກັບແຮມ 12 ຄໍ່າ ເດືອນ 02 ລາວ ພສ 2560 ຕອນເຊົ້າ
ແມ່ນມີການປະກອບພິທີທາງສາສະໜາໂດຍການໄຫວ້ພຣະຮັບສິນ ແລະ ໃສ່ບາດຖວາຍສັງຄະ
ທານແດ່ພຣະສົງສັມມະເນນຈໍານວນ 50 ອົງ ຫຼັງຈາກນັ້ນໄດ້ເຕົ້າໂຮມພຸດທະສາສະນິກະຊົນ ແລະ ຂະບວນລົດເພື່ອເຄື່ອນກອງປ່າຜ້າດັ່ງກ່າວຈາກວັດພຣະທາດສີໂຄດຕະບອງມຸ້ງໜ້າໄປສູ່ວັດປ່າສີໂຄດຕະບູນ ບ້ານດົງບູນ ເມືອງໜອງບົກ ແຂວງຄໍາມ່ວນອັນເປັນຈຸດໝາຍປາຍ ທາງຂອງການທອດຖວາຍ
ໂດຍໄລຍະທາງຈາກເມືອງທ່າແຂກ - ໜອງບົກປະມານ 30 ກິໂລແມັດ ແລະ ຈາກເທສະບານ
ເມືອງໜອງບົກໄປຫາວັດປ່າສີໂຄດຕະບູນປະມານ 07 ກິໂລແມັດ  , ສໍາລັບລົດແຫ່ຂະບວນ
ກອງຜ້າປ່າແມ່ນມີປະມານ 100 ກວ່າຄັນ ແລະ ຄົນເຂົ້າຮ່ວມປະມານ 500 ກວ່າຄົນ .


    ພໍຂະບວນກອງຜ້າປ່າໄປຮອດວັດປ່າສີໂຄດຕະບູນອັນເປັນສະຖານທີ່ທອດຖວາຍແມ່ນໄດ້ຖືກຕ້ອນຮັບຢ່າງອົບອຸນຈາກ ອໍານາດການປົກຄອງເມືອງເຊິ່ງນໍາໂດຍທ່ານ ສິນທະສອນ ມະຫາໂຄດເຈົ້າເມືອງໆໜອງບົກ ,ຕະຫຼອດ
ເຖິງ
ການຈັດຕັ້ງທຸກພາກສ່ວນພາຍໃນບ້ານ.


    ທ່ານ ລອຍ ຕາງໜ້າບໍລິສັດ ໄຟຟ້ານໍ້າເທີນ 2 ຈໍາກັດໄດ້ກ່າວວ່າ : ຈຸດປະສົງຕົ້ນຕໍຂອງການທອດຖວາຍກອງຜ້າປ່າສາມັກຄີໃນຄັ້ງນີ້ໂດຍເຫັນໄດ້ຄວາມສໍາຄັນຂອງແຫຼ່ງໂບຮານສະຖານກໍ່ຄືສາສະໜາສະຖານເຊິ່ງເປັນທີ່ມາ ແລະ  ຈຸດກໍາເນີດຂອງອານາຈັກສີໂຄດຕະບູນໃນເມື່ອກ່ອນ , ເປັນຮ່ອງຮອຍອະຣິຍະທໍາທີ່ມີຄວາມເກົ່າແກ່ຄວນແກ່ການກາບໄຫວ້ ສັກກະລະບູຊາ  ແລະ ເປັນບ່ອນສຶກສາຮຽນຮູ້ຂອງຄົນຮຸ້ນຫຼັງ . ດັ່ງນັ້ນບັນດາການນໍາຂັ້ນສູງຢູ່ສູນກາງຈິ່ງໄດ້ສົມທົບກັບບໍລິສັດ ໄຟຟ້ານໍ້າເທິນ 2 ແລະ ອໍານາດການປົກຄອງຂັ້ນທ້ອງຖິ່ນສ້າງກອງຜ້າປ່າຂຶ້ນເພື່ອສົມທົບທຶນກໍ່ສ້າງກໍາແພງວັດຊັ້ນນອກຂອງວັດປ່າສີໂຄດຕະບູນ .


ຕະຫຼອດໄລຍະເວລາ 02 ວັນຂອງການດໍາເນີນງານຄື : ຈາກວັດພຣະທາດສີໂຄດຕະບອງ ( ບ່ອນຕັ້ງ
ກອງຜ້າປ່າ ) ແລະ ຢູ່ວັດປ່າສີໂຄດຕະບູນ ( ສະຖານທີ່ທອດຖວາຍ ) ແມ່ນໄດ້ຮັບການອຸໂປໂມທະນາ
ຈາກພຸດທະສາສະນິກະຊົນເປັນຢ່າງດີ ແລະ ເປັນຂອງທານອັນບໍລິສຸດໂດຍແທ້ທັງນີ້ກໍ່ເພື່ອນໍາເອົາປັດ
ໃຈດັ່ງກ່າວໄປຊື້ວັດສະດຸກໍ່ສ້າງ ແລະ ແຮງງານຄ່າຊ່າງເພື່ອສ້າງກໍາແພງວັດຊັ້ນນອກເຊິ່ງມີລວງ
ຮອບປະມານ 1.080 ແມັດ ຫຼື ເທົ່າກັບ 360 ຫ້ອງເຊິ່ງຄາດວ່າຈະໃຊ້ງົບປະມານ 500 ລ້ານກວ່າກີບຈິ່ງຈະສໍາເລັດ .
                                                                 
 ຂ່າວ-ພາບ : ແດງສະຫວັດ ແສນພານິດ .

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.