50 ຄົນ

ເກີດໄຟໄໝ້ກະທັນຫັນເຮືອຄາຊິໂນທີ່ມີຜູ້ໂດຍສານ 50 ຄົນ



ໃນຕອນບ່າຍວັນທີ 14 ມອງກອນ 2018 ນີ້ໄດ້ເກີດເຫດໄຟໄໝ້ກະທັນຫັນເຮືອຄາຊີໂນທີ່ເມືອງແທມປາ ລັດຟໍລິດາຂອງສະຫະລັດ ໃນນັ້ນມີຜູ້ໂດຍສານຢູ່ໃນ 50 ຄົນ ໂຊກດີທີ່ສ່ວນໃຫຍ່ປອດໄພ ພາຍຫຼັງເຫັນເຫດບໍ່ດີໄດ້ພາກັນໂຕນລົງນ້ຳເພື່ອເອົາຊີວິດລອດ.



ຕາມລາຍງານຂ່າວຈາກຕ່າງປະເທດໂດຍອ້າງອີງຂໍ້ມູນຈາກເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນເຮືອລຳດັ່ງກ່າວໄດ້ບັນຈຸຜູ້ໂດຍສານລວມທັງລູກເຮືອ 50 ຄົນ ພາຍຫຼັງເກີດເຫດໄຟໄໝ້ທັງຜູ້ໂດຍສານ ແລະລູກເຮືອຕ່າງກໍ່ພາກັນໜີໄປຄົນລະທິດລະທາງ ບາງຄົນທີ່ລອຍນ້ຳເປັນກໍ່ລອຍເອົາຜູ້ລອຍກໍ່ເປັນກໍ່ລົງໃສ່ເຮືອລຳອື່ນໂດຍໄດ້ຮັບການຊ່ວຍເຫຼືອຈາກເຈົ້າໜ້າທີ່ກູ້ໄພ ຊຶ່ງສາມາດລົງຈາກເຮືອໄດ້ທັງໝົດ.



ຍັງດີທີ່ເຮືອຄາຊິໂນລຳນີ້ໄດ້ເຄື່ອນໄຫວມາຮອດໄລຍະເກືອບເຂົ້າຝັ່ງແລ້ວໄຟຈິ່ງລຸກໄໝ້ ທຸກຄົນທີ່ຢູ່ໃນຈິ່ງສາມາດອອກໄປໄດ້ທັງໝົດ ແຕ່ມີຜູ້ໄດ້ຮັບບາດເຈັບຍ້ອນຖືກໄຟລວກ ແລະຫາຍໃຈບໍ່ອອກ ຊຶ່ງມີລາຍງານເພີ່ມເຕີມວ່າໃນບັນດາຜູ້ບາດເຈັບນັ້ນມີຜູ້ເສຍຊີວິດຄົນໜຶ່ງໃນເວລາຕໍ່ມາເນື່ອງຈາກທົນບາດແຜບໍ່ໄຫວ, ສ່ວນສາເຫດຍັງບໍ່ທັນຮູ້ເກີດຈາກຫຍັງແທ້.





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.