ຂ່າວຕ່າງປະເທດ

ເກີດເຫດລະເບີດ 2 ຄັ້ງລຽນຕິດຢູ່ນະຄອນຫຼວງ ແບດແດດຂອງອີຣັກ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບນັບ100ຄົນ


(VOVWORLD) ທ່ານ Saad Maan ໂຄສົກກອງບັນຊາການບັ້ນຮົບຮ່ວມໃຫ້ຮູ້ວ່າ: ພວກວາງລະເບີດ
ສະຫຼະຊີບ 2 ຄົນໄດ້ມັດລະເບີດຕິດໂຕ ແລະຈູດຊະນວນແຕກຢູ່ສະໜາມຫຼວງ al – Tayyaran ໃນເຂດໃຈກາງນະຄອນຫຼວງ ແບດແດດ ຂອງອີຣັກ ໃນວັນທີ 15 ມັງກອນ.

ແຮງລະເບີດສະຫຼະຊີບ 2 ຄັ້ງຢ່າງລຽນຕິດ, ເຮັດໃຫ້ມີຜູ້ຖືກເສຍຊີວິດ 26 ຄົນ ແລະ ຢ່າງໜ້ອຍສຸດມີ 90 ຄົນຖືກຮັບບາດເຈັບ.ນີ້ແມ່ນບັນດາເຫດວາງລະເບີດຫຼ້າສຸດຢູ່ແບດແດດໃນຮອບ 3 ວັນຜ່ານມາ.

ຕາມທ່ານ Saad Maan, ໂຄສົກກອງບັນຊາການບັ້ນຮົບຮ່ວມແລ້ວ ພວກວາງລະເບີດສະຫຼະຊີບ 2 ຄົນໄດ້ເຮັດໃຫ້ລະເບີດຕິດໂຕແຕກຢູ່ສະໜາມຫຼວງ al – Tayyaran ໃນເຂດໃຈກາງນະຄອນຫຼວງ ແບດແດດ. ເຈົ້າໜ້າທີ່ການແພດຜູ້ໜຶ່ງໄດ້ຢັ້ງຢືນໃນເບື້ອງຕົ້ນຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບດັ່ງກ່າວ.
ຢ່າງໃດກໍຕາມຈຳນວນຜູ້ເສຍຊີວິດອາດຈະຫຼາຍກວ່ານີ້ ເນື່ອງຈາກມີຜູ້ເສຍຊີິວິດຈຳນວນຫລາຍ.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.