LU02

ປກສ ສຳເລັດການປະຊຸມປະຈຳປີພ້ອມເລື່ອນຊັ້ນໃຫ້ນາຍຕຳຫຼວດ 16 ສະຫາຍ





ກອງປະຊຸມວຽກງານປ້ອງກັນຄວາມສະຫງົບປະຈຳປີ ທີ່ດຳເນິນມາເປັນເວລາ 2 ວັນລະຫວ່າງວັນທີ 11-12 ມັງກອນ 2018 ເຊິ່ງໄດ້ພ້ອມກັນຮັບຟັງບົດສະຫຼຸບຕີລາຄາໝາກຜົນໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບ ໃນໄລຍະ 1 ປີຜ່ານມາ, ເຜີຍແຜ່ບັນດານິຕິກຳທີ່ສຳຄັນໃຫ້ກົມກອງ-ທ້ອງຖິ່ນຈຳນວນໜຶ່ງ ພ້ອມປະກອບຄຳຄິດເຫັນໃສ່ເນື້ອບົດສະຫຼຸບປະຈຳປີຢ່າງເລິກເຊິ່ງ ແລະ ມີຄວາມຮັບຜິດຊອບສູງ ດ້ວຍບັນຍາການຟົດຟື້ນ ເພື່ອຊອກໃຫ້ເຫັນດ້ານດີຜົນງານ, ດ້ານອ່ອນຂໍ້ຄົງຄ້າງ ແລ້ວພ້ອມກັນຊອກຫາທິດທາງແກ້ໄຂໃນຕໍ່ໜ້າ.

ນອກນັ້ນ,  ຍັງໄດ້ມີການເລື່ອນຊັ້ນໃຫ້ນາຍຕຳຫຼວດ ຜູ້ທີ່ມີເງື່ອນໄຂ ແລະ ຜົນງານອັນດີເດັ່ນ ຈຳນວນ 16 ສະຫາຍ. ໃນນັ້ນ, ເລື່ອນຊັ້ນ ພົນຈັດຕະວາ ຂຶ້ນ ພົນຕີ 1 ສະຫາຍ, ພັນເອກ ຂຶ້ນ ພົນຈັດຕະວາ 3 ສະຫາຍ ແລະ ພັນໂທ ຂຶ້ນ ພັນເອກ 13 ສະຫາຍ.



ສະຫາຍ ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ໄດ້ໂອ້ລົມຕໍ່ກອງປະຊຸມວ່າ: ໃຫ້ຄະນະພັກ-ຄະນະນຳທົ່ວກະຊວງ ປກສ ແຂວງ-ເມືອງ ສືບຕໍ່ນຳເອົາເນື້ອໃນກອງປະຊຸມຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າວຽກງານວິຊາສະເພາະຂອງຕົນ ເພື່ອເຮັດໃຫ້ມີຄວາມໜັກແໜ້ນເຂັ້ມແຂງ. ນອກນັ້ນ, ຈົ່ງນຳເອົາໄປເຜີຍແຜ່ສຶກສາອົບຮົມໃຫ້ບັນດາພະນັກງານ-ນັກຮົບທຸກສະຫາຍ ເຂົ້າໃຈຕໍ່ເນື້ອໃນທິດທາງກອງປະຊຸມຄັ້ງນີ້ໃຫ້ເລິກເຊິ່ງ ເພື່ອໝູນໃຊ້ເຂົ້າໃນໜ້າທີ່ວຽກງານວິຊາສະເພາະທີ່ໄດ້ຮັບການມອບໝາຍ ແລະ ຮັບຜົນສຳເລັດສູງຕາມແຕ່ລະໄລຍະ.


ກອງປະຊຸມວຽກງານປ້ອງກັນຄວາມສະຫງົບທົ່ວປະເທດ ປະຈຳປີ 2017 ແລະ ວາງທິດທາງ 2018 ໄດ້ປິດລົງໃນວັນທີ 12 ມັງກອນ 2018 ພາຍໃຕ້ການເປັນປະທານຂອງ ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງ ປກສ, ມີຮອງລັດຖະມົນຕີ ຫົວໜ້າ-ຮອງກົມໃຫຍ່, ກອງບັນຊາການ, ກົມກອງອ້ອມຂ້າງກະຊວງ, ກອງບັນຊາການ ປກສ ແຂວງ-ເມືອງ ທົ່ວປະເທດເຂົ້າຮ່ວມ.

ແຫຼ່ງຂ່າວຈາກໜັງສືພິມຄວາມສະຫງົບ

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.