LU02

ພົບເດັກແລກເກີດຖືກຖີ້ມ (ເສຍຊີວິດແລ້ວ)



ໃນວັນທີ15/01/2018 ເວລາ 18:30 ນາທີ ມີປະຊາຊົນແຈ້ງຫາໜ່ວຍກູ້ຊີບອົງການການແດງລາວວ່າມີເດັກນ້ອຍແລກເກີດຖືກຖິ້ມເສຍຊີວິດຢູ່ແຄມປ່າ ບ້ານໂນນແສງຈັນ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ເມື່ອໜ່ວຍກູ້ຊີບຮອດຈຸດເກີດເຫດແມ່ນພົບເຫັບສົບເດັກນ້ອຍແລກເກີດເປັນເພດຊາຍ ດັ່ງນັ້ນໜ່ວຍກູ້ຊີບຈຶ່ງໄດ້ປະສານຫາເຈົ້າໜ້າທີ່ຕຳຫຼວດແລະທາງໜ່ວຍກູ້ຊີບອົງການກາແດງລາວໄດ້ພົວພັນຕິດຕໍ່ຜູ້ໃຈບຸນອະນຸເຄາະເປັນເຈົ້າພາບຈັດພິທີທາງສາດສະໜາໃຫ້ແກ່ສົບເດັກນ້ອຍດັ່ງກ່າວທີ່ປ່າຊ້າບ້ານໂນນສະຫງ່າ.



ບໍ່ຮູ້ວ່າເດັກທີ່ຖືກຖີ້ມເສຍຊີວິດກ່ອນຈິ່ງເອົາໄປຖີ້ມ ຫຼື ເອົາໄປຖີ້ມແລ້ວຈິ່ງເສຍຊີວິດ ຈັ່ງໃດກໍ່ຂໍໃຫ້ເດັກໄປສູ່ສຸຂະຕິ ແລະຂໍໃຫ້ສັງຄົມມີຄວາມຮັບຜິດຊອບຫຼາຍກວ່ານີ້ ຖ້າມີຊີວິດຢູ່ແຕ່ບໍ່ພ້ອມຈະລ້ຽງກໍ່ຈົ່ງເອົາໃຫ້ຜູ້ທີ່ເຂົາມີເງື່ອນໄຂເອົາໄປລ້ຽງ, ກໍລະນີທີ່ເສຍຊີວິດແລ້ວກໍ່ຄວນຈັດການມ້ຽນຄາບໃຫ້ດີເພາະແນວໃດກໍ່ລູກໂຕເອງ.







ຂໍໃຫ້ເຈົ້າໄປສູ່ພົບພູມທີ່ດີເດີ້ ສາທຸ ສາທຸ ສາທຸ....

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About see

0 comments:

Post a Comment

Powered by Blogger.