ທ່ອງທ່ຽວ

ບໍລິສັດບິກບລູ ຈະເປັນຜູ້ຜະລິດ ແລະ ຕິດຕັ້ງປ້າຍໂຄສະນາປີທ່ອງທ່ຽວ ຕາມຈຸດສຳຄັນຕ່າງໆທົ່ວປະເທດ



 ໃນວັນທີ 12 ມັງກອນ 2018 ທີ່ໂຮງແຮມ ຄຣາວພລາຊາ  ນະຄອນຫຼວງວຽງຈັນ ໄດ້ຈັດພິທີເຊັນສັນຍາ ການຜະລິດ ແລະ ຕິດຕັ້ງປ້າຍໂຄສະນາປີທ່ອງທ່ຽວລາວ ລະຫວ່າງ ທ່ານ ສູນ ມະນີວົງ ຫົວໜ້າກົມໂຄສະນາການ ທ່ອງທ່ຽວ, ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ກັບ ທ່ານ ສັນທະລັກ ຈ່າສານ ປະທານ ບໍລິສັດ ບິກບລູ ເອເຈນຊີລາວ (ບໍລິສັດຟ້າ ໃຫຍ່ມີເດຍ ຈຳກັດ)   ໂດຍມີທ່ານ ສະຫວັນຄອນ ຣາຊມົນຕີ ຮອງລັດຖະມົນຕີ ກະຊວງຖວທ ເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ສູນ ມະນີວົງ ກ່າວວ່າ:  ພິທີເຊັນສັນຍາໃນຄັ້ງນີ້ແມ່ນມີຄວາມໝາຍຄວາມສຳຄັນ ເນື່ອງຈາກວ່າບໍລິສັດ ບິກບລູ ເອເຈນຊີລາວ ເປັນບໍລິສັດທີ່ຊະນະການປະມູນ ໃນການປະຊາສຳພັນໂຄງການປີທ່ອງທ່ຽວລາວ 2018 ແລະ ກໍເປັນບໍລິສັດຊັ້ນນຳຢູ່ ສປປ ລາວ ທີ່ເຮັດວຽກກ່ຽວກັບການຜະລິດສື່ໂຄສະນາ ໂດຍໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ຜະລິດ ແລະ ຕິດຕັ້ງປ້າຍໂຄສະນາດ້ານການ ທ່ອງທ່ຽວທົ່ວ ສປປ ລາວ.

ສຳລັບການຕິດຕັ້ງປ້າຍ ແມ່ນຈະໄດ້ຕິດຕັ້ງໃນບໍລິເວນຈຸດສຳຄັນໃນທົ່ວປະເທດ ໂດຍສະເພາະ  ຢູ່ດ່ານສາກົນ, ສະໜາມບິນສາກົນ, ຕາມຕົວເມືອງ ແລະ ສະຖານທີ່ທ່ອງທ່ຽວທີ່ສຳຄັນບາງແຫ່ງ ລວມທັງໝົດ 50 ປ້າຍ ເຊິ່ງກຳນົດໃຫ້ແລ້ວສົມບູນພາຍໃນເດືອນ ກຸມພາ 2018 ນີ້. ນອກຈາກນີ້ ທາງບໍລິສັດຍັງໄດ້ມີສ່ວນຮ່ວມໃນການສະໜັບສະໜູນສື່ຕ່າງໆໃນການໂຄສະນາການທ່ອງທ່ຽວລາວມູນຄ່າ 230 ກວ່າລ້ານກີບ ເພື່ອເປັນການສົ່ງເສີມການທ່ອງທ່ຽວລາວໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຍິ່ງ ຂຶ້ນ.

ໂຄງການປີທ່ອງທ່ຽວລາວ 2018 ໄດ້ຈັດຕັ້ງຂຶ້ນເພື່ອເຜີຍແຜ່ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ເພື່ອສົ່ງເສີມ, ຊຸກດັນ ແລະ ພັດທະນາການທ່ອງທ່ຽວໃຫ້ກາຍເປັນອຸດສາຫະກຳ ການທ່ອງທ່ຽວທີ່ມີຄວາມເຂັ້ມແຂງ, ມີຄວາມສາມາດໃນການແຂ່ງຂັນ ດ້ວຍການຍົກລະດັບຄຸນນະພາບ ຂອງການບໍລິການທ່ອງທ່ຽວໃຫ້ເປັນທີ່ປະທັບໃຈ, ຮັບປະກັນຄວາມປອດໄພຂອງນັກທ່ອງທ່ຽວ ແລະ  ສົ່ງເສີມການທ່ອງທ່ຽວພາຍໃນປະເທດ “ລາວທ່ຽວລາວ” ເພື່ອຫຼຸດຜ່ອນການຮົ່ວໄຫຼຂອງເງິນຕາອອກໄປຕ່າງປະເທດ ແລະ ໃຫ້ເກີດຄວາມສາມາດຮອງຮັບນັກທ່ອງທ່ຽວທັງໃນປັດຈຸບັນ ແລະ ໃນອະນາ ຄົດ.


ແຫລ່ງທີ່ມາຈາກໜັງສືພິມເສດຖະກິດ ການຄ້າ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.