ທ່ອງທ່ຽວ

ເຊີນທ່ຽວບຸນວັດພູ ຈຳປາສັກ ມໍລະດົກລາວ ມໍລະດົກໂລກ 29-31 ມັງກອນນີ້


ວັນທີ 29-31 ມັງກອນ 2018 ນີ້ ເປັນມື້ຈັດງານບຸນນະມັດສະການຜາສາດຫີນວັດພູ ຊຶ່ງພາຍໃນງານບຸນນະມັດສະການຜາສາດຫີນວັດພູປີນີ້ ນອກຈາກມີກິດຈະກຳຕ່າງໆທີ່ກ່ຽວກັບຮີດຄອງປະເພນີອັນດີງາມ ທີ່ເຄີຍປະຕິບັດກັນມາແລ້ວ ພິເສດປີນີ້ແມ່ນມີງານເປີດປີທ່ອງທ່ຽວລາວ ທ່ອງທ່ຽວແຂວງຈຳປາສັກ ຊຶ່ງງານເປີດປີທ່ອງທ່ຽວຈະຈັດຂຶ້ນໃນວັນທີ 29 ມັງກອນ 2018 ເລີ່ມເວລາ 16:00 ໂມງເປັນຕົ້ນໄປ. ພາຍໃນ ງານຈະມີຂະບວນແຫ່ຂອງບັນດາກ້ອນກຳລັງຈາກ 10 ຕົວເມືອງ, ມີຂະບວນຟ້ອນອັບສະລາ ຂອງນັກຮຽນ ເມືອງຈຳປາສັກ.

ສຳລັບການຄົບງັນໃນເວທີກາງເລີ່ມແຕ່ 20:00 ໂມງເປັນຕົ້ນໄປ ແມ່ນມີການສະແດງສິລະ ປະວັນນະຄະດີຈາກພາກສ່ວນຕ່າງໆ ທັງເມືອງ ແລະ ແຂວງ. ພ້ອມນີ້ ຍັງມີຄອນເສີດ ໂດຍມີນັກຮ້ອງທີ່ມີຊື່ ສຽງຈາກ ນະຄອນຫຼວງວຽງຈັນ ແລະ ນັກຮ້ອງຈາກໄທ ທີ່ຈະມາໃຫ້ທ່ານໄດ້ສຳຜັດແບບໃກ້ຊິດ. ແຕ່ກ່ອນ ຈະຮອດມື້ບຸນ ນະມັດສະການຜາສາດຫີນວັດພູ ຜູ້ຂຽນຈະພາທ່ານຜູ້ອ່ານໄດ້ຮູ້ກ່ຽວກັບສະຖານບູຮານທີລືຊື່ ແລະ ເປັນມໍລະດົກໂລກແຫ່ງທີ 2 ຂອງລາວແຫ່ງນີ້ຕື່ມ ເພື່ອໃຫ້ການທ່ອງທ່ຽວ ແລະ ກາບໄຫວ້ສັກກາລະບູຊາ ຢູ່ສະຖານບູຮານວັດພູ ໄດ້ທັງຄວາມມ່ວນຊື່ນເບີກບານ ແລະ ຮູ້ຄວາມເປັນມາຂອງສະຖານທີ່ສຳຄັນນີ້ ໄປພ້ອມ.


ກຸ່ມສະຖານບູຮານວັດພູຕັ້ງຢູ່ບົນເປີ້ນພູເກົ້າ ປິ່ນໜ້າໃສ່ທົ່ງພຽງຈຳປາສັກ ແລະ ແມ່ນ້ຳຂອງ. ຕົວວິຫານເອງແມ່ນປະດິດສະຖານຢູ່ບົນຖ້ານເທິງສຸດຂອງເປີ້ນພູ ຊຶ່ງມີຄວາມສູງຈາກລະດັບນ້ຳທະເລປະມານ 200 ແມັດ ແລະ ເປັນບ່ອນທີ່ມີບໍ່ນ້ຳທຳມະຊາດໄຫຼລິນອອກມາຈາກເງີບຫີນ. ສ່ວນວ່າໂຄງສ້າງອື່ນໆຂອງກຸ່ມສະຖານບູຮານທັງໝົດຖືກຈັດວາງຕາມແຜນຜັງແບບຢຶດແນວເສັ້ນແກນຕາເວັນອອກ-ຕາເວັນຕົກເປັນຫຼັກ ມີລວງຍາວທັງໝົດປະມານ 1.400 ແມັດ ຊຶ່ງເຊື່ອມຕໍ່ພື້ນທີ່ຮາບຂອງທົ່ງພຽງຈຳປາສັກຂຶ້ນຫາເປີ້ນພູ.

ຈາກການສຶກສາເບິ່ງໂຄງສ້າງຂອງສິມ ສ່ວນທີ່ສ້າງດ້ວຍດິນຈີ່ອາດຖືກສ້າງຂຶ້ນໃນລະຫວ່າງສະຕະວັດທີ 10-11 ແລະ ມົນດົບສ່ວນທີ່ສ້າງດ້ວຍຫີນອາດຖືກຕໍ່ເຕີມໃນຍຸກຕໍ່ມາ ຄືຢູ່ໃນລະຫວ່າງສະຕະວັດທີ 11, ສິລະປະທາງປະຕິມາກຳທີ່ປະດັບຢູ່ຕາມມົນດົບ ແມ່ນປານີດສວຍງາມເປັນສິລະປະແບບບາພວນ ຂອງຍຸກສະຕະວັດທີ 11.

ກຸ່ມສະຖານບູຮານທັງໝົດ ແມ່ນໄດ້ຜ່ານໄລຍະການຂະຫຍາຍຕົວອັນຍາວນານ.  ຮ່ອງຮອຍທີ່ເກົ່າແກ່ທີ່ສຸດທີ່ຄົ້ນພົບແມ່ນຢູ່ໃນຄຣິດຕະສະຕະວັດທີ 7, ແຕ່ວ່າໂຄງສ້າງສ່ວນໃຫຍ່ເທົ່າທີ່ຫຼົງເຫຼືອໃຫ້ເຫັນໃນທຸກວັນນີ້ແມ່ນຖືກສ້າງຂຶ້ນໃນຍຸກຫຼັງ. ບັນດາໂຄງສ້າງຫຼັກໆ ແມ່ນຖືກສ້າງຂຶ້ນໃນລະຫວ່າງສະຕະວັດທີ 11-12 ແລະ ສະຖານບູຮານແຫ່ງນີ້ແມ່ນໄດ້ຮັບການທະນຸບຳລຸງຈາກບັນດາເຈົ້າຈອມແຫ່ງນະຄອນວັດມາຈົນເຖິງສະຕະວັດທີ 14. ວັດພູໄດ້ຖືກຫັນປ່ຽນຈາກລັດທິຮິນດູມາເປັນພຸດທະສາສະນະສະຖານໃນສະຕະວັດທີ 13 ແລະ ໄດ້ສືບເນື່ອງເປັນສາສະໜາທີ່ນັບຖືສັກກາລະບູຊາໂດຍຊາວເມືອງໂດຍຕະຫຼອດມາຈົນເຖິງທຸກວັນນີ້.

ນຳສະເໜີໂດຍ: ສ. ເພັດທານີ ໜັງສືພິມຈໍາປາໃໝ່
ຮຽບຮຽງລາວອັບເດດ

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.