ກອງທັບ

ກະຊວງປ້ອງກັນປະເທດລາວ ແລະ ຫວຽດນາມ ລົງນາມແຜນການຮ່ວມມືປະຈຳປີ 2018


ຂປລ. ໂດຍຕອບສະໜອງຕາມຄຳເຊີນຂອງສະຫາຍພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໃນວັນທີ 15 ມັງກອນ 2018, ສະຫາຍ ພົນເອກ ໂງຊວນລີກ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະ ຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ ພ້ອມດ່້ວຍຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ.

            ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ໃນຕອນບ່າຍຂອງວັນທີ 15 ມັງກອນ 2018 ຢູ່ກະຊວງປ້ອງກັນປະເທດ, ໂດຍມີ ສະຫາຍພົນໂທ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍບັນດາ ສະຫາຍ ໃນກຳມະການຄະນະປະຈຳພັກ, ກຳມະການ ຄະນະພັກກະຊວງປ້ອງກັນປະເທດ ແລະ ນາຍທະຫານຂັ້ນສູງຂອງ ສປປ ລາວ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ.

ຫລັງຈາກພິທີຕ້ອນຮັບຢ່າງເປັນທາງການແລ້ວ ທັງສອງຝ່າຍໄດ້ຮ່ວມພົບປະຫາລື ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນຂົງເຂດວຽກງານຕ່າງໆ ບົນຈິດໃຈມິດຕະພາບ ຖານສະຫາຍອ້າຍນ້ອງ ທີ່ມີຄວາມເຊື້ອໝັ້ນ ແລະ ໄວ້ວາງໃຈເຊິ່ງກັນ ແລະ ກັນ ເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືທີ່ຍືນຍົງ ລະຫວ່າງສອງປະເທດ ກໍຄື ໃນພາກພື້ນ ໂດຍສະເພາະ ແມ່ນສືບຕໍ່ເພີ່ມທະວີ ແລະ ຮັດແໜ້ນຄວາມສາມັກຄີພິເສດ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ, ສອງກອງທັບ ລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນ ແລະ ກ້າວເຂົ້າສູ່ລວງເລິກ ແລະ ຖືວ່າສິ່ງດັ່ງກ່າວ, ແມ່ນມໍລະດົກອັນລ້ຳຄ່າ ແລະ ຫາຍາກທີ່ສຸດ ທີ່ປະທານໂຮ່ຈີ່ມິງ ທີ່ຍິ່ງໃຫຍ່, ປະທານ ສຸພານຸວົງ ແລະ ປະທານໄກສອນ ພົມວິ ຫານ ຜູ້ນຳທີ່ເຄົາລົບຮັກໄດ້ສ້າງໄວ້ ຕ້ອງໄດ້ຖະນຸຖະໜອມ ໃຫ້ໝັ້ນຄົງຍາວນານ ສືບຕໍ່ໄປຊົ່ວກາລະນານ.

ສຳລັບສອງກະຊວງປ້ອງກັນປະເທດ ແມ່ນສືບຕໍ່ເພີ່ມທະວີ ກ່ຽວກັບການພົວພັນຮ່ວມມື ທາງດ້ານຍຸດທະສາດປ້ອງກັນຊາດ ໃນສະພາບການໃໝ່, ຮັບປະກັນຄວາມໝັ້ນຄົງທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ສືບຕໍ່ແລກປ່ຽນບົດຮຽນ ນຳກັນຢ່າງເປັນປົກກະຕິ ເພື່ອພ້ອມກັນສະກັດກັ້ນ ກົນອຸບາຍແຊກແຊງ ທຳລາຍມ້າງເພຂອງອິດທິກຳລັງປໍລະປັກ, ສືບຕໍ່ຮ່ວມມືກັນ ໃຫ້ແໜ້ນແຟ້ນ ໃນການພັດທະນາເຂດຊາຍແດນ ລາວ-ຫວຽດນາມ ໃຫ້ມີສັນຕິພາບ, ມີການພັດທະນາແບບຍືນຍົງ, ສ້າງແບບຢ່າງໃນການພັດທະນາ ບໍລິເວນເຂດຊາຍແດນຂອງທັງສອງປະເທດ ເປັນຕົ້ນແມ່ນ ສະກັດກັ້ນ ແລະ ແກ້ໄຂບັນຫາການຂຸດຄົ້ນ ຊັບພະຍາກອນທຳມະຊາດທີ່ຜິດກົດໝາຍ, ບັນຫາການຄ້າຂາຍເຖື່ອນ, ຢາເສບຕິດ, ອາດຊະຍາກຳຂ້າມຊາດ ແລະ ວຽກງານອື່ນໆ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ບົນຈິດໃຈຄວາມສາມັກຄີ ແລະ ຈິງໃຈຮ່ວມກັນ.

ໃນໂອກາດດຽວກັນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຂອງສອງປະເທດ ໄດ້ລົງນາມກ່ຽວກັບແຜນການຮ່ວມມືປະຈຳປີ 2018 ລະຫວ່າງ ກະຊວງປ້ອງກັນປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ກະຊວງປ້ອງກັນປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ. ຫລັງຈາກນັ້ນ, ຄະນະຜູ້ແທນຂັ້ນສູງ ຂອງກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ຍັງໄດ້ໄປວາງພວງມາລາ ຢູ່ອານຸສາວະລີນັກຮົບນິລະນາມ.

ໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ສະຫາຍ ພົນເອກ ໂງຊວນລີກ ພ້ອມດ້ວຍຄະນະ ຍັງຈະໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ກະຊວງປ້ອງກັນປະເທດ 3 ຝ່າຍ ມີ ລາວ-ຫວຽດນາມ-ກຳປູເຈຍ ທີ່ນະຄອນຫລວງວຽງຈັນ, ເຂົ້າຢ້ຽມຂ່ຳນັບອະດີດການນຳຂັ້ນສູງ, ພ້ອມທັງມອບຣາດາໃຫ້ແກ່ກອງຮ້ອຍເອກະລາດ 172 ​ປ້ອງກັນອາກາດ, ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ແລະ ຍັງໄດ້ທ່ຽວຊົມສະຖານທີ່ທ່ອງທ່ຽວທາງປະຫວັດສາດ, ວັດທະນະທຳ ລວມທັງການຜະລິດ ພາຍໃນນະຄອນຫລວງວຽງຈັນ.




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.