LU02

ເອົາແຕ່ເຊົ້າມືດ ຕະຫຼາດຫຼັກ3 ອັດຕະປືໄຟໄໝ້ເສຍຫາຍໜັກ



ເອົາອີກແລ້ວໄຟໄໝ້ຕະຫຼາດ ເທື່ອນີ້ເປັນຕະຫຼາດຫຼັກ3 ອັດຕະປື ຊາວບ້ານແຕກຕື່ນພາກັນລຸກເຄິ່ງຫຼັບເຄິ່ງຕື່ນໄປຊ່ວຍກັນຂົນເຄື່ອງໜີ ເມື່ອເຫັນວ່າກຳລັງໄໝ້ຂຶ້ນຢ່າງແຮງ.


ອັດຕະປື ວຸ້ນກັນແຕ່ເຊົ້າມືດ ຍ້ອນເກີດເຫດໄຟໄຫມ້ກະທັນຫັນຢູ່ຕະຫລາດຫລັກສາມ ເວລາປະມານ 4 ໂມງເຊົ້າ ກໍ່ໃຫ້ເກີດຄວາມເສຍຫາຍຫຼາຍສົມຄວນ ໂດຍສະເພາະເຂດຂາຍເສື້ອຜ້າ ແລະ ຂາຍເຄື່ອງທົ່ວໄປ ປະຈຸບັນ ສາມາດຄວບຄຸມໄຟໄດ້ແລ້ວ ສ່ວນສາຍເຫດຍັງບໍ່ຮູ້.




ບັນຫາອັກຄີໄພນັບເປັນເຫດການຮ້າຍແຮງເມື່ອເກີດຂຶ້ນແລ້ວສູນເສຍຊັບສິນເປັນຈຳນວນຫຼາຍ ຫຼື ໝົດໂຕໄດ້, ໄລຍະນີ້ຍິ່ງເປັນລະດູແລ້ງທີ່ທຸກບ່ອນແຫ້ງງ່າຍຕໍ່ການຕິດໄຟຍິ່ງຕ້ອງໄດ້ລະມັດລະວັງການຊົມໃຊ້ຟືນໄຟໃຫ້ຫຼາຍຂຶ້ນກວ່າປົກກະຕິ.




ແອັດມິນມັກຈະສ່ອງແສງຕະຫຼອດເລື່ອງການຊົມໃຊ້ເຄື່ອງໃຊ້ໄຟຟ້າຕ່າງໆ ຖ້າເກົ່າແກ່ຊຸດໂຊມແລ້ວຄວນລົງທຶນປ່ຽນໃໝ່ ເພາະສິນຄ້າທຸກຢ່າງມີອາຍຸການຂອງມັນ ຖ້າເຫັນວ່າເກີດການຊ໋ອດ ຫຼື ເກົ່າຫຼາຍແລ້ວບໍ່ຄວນໃຊ້ຕໍ່ເພາະອາດພາໃຫ້ເກີດໄຟໄໝ້ຂຶ້ນໄດ້ເມື່ອໃດບໍ່ຮູ້.











ຂອບໃຈຮູບ ແລະຂ່າວຈາກ Attapeu Online

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.