ທະນາຄານ

ທະນາຄານຮ່ວມພັດທະນາ ເປີດໂຕຜະລິດຕະພັນ JDB yes ແລະ ປະຕິທິນປີ 2018


      ທະນາຄານຮ່ວມພັດທະນາ ໄດ້ປັບປຸງ ແລະ ພັດທະນາຜະລິດຕະພັນໃຫມ່ອອກມາຢ່າງຕໍ່ເນື່ອງ    ເພື່ອອຳນວຍຄວາມສະດວກໃຫ້ແກ່ລູກຄ້າ ໃຫ້ສາມາດເຮັດທຸລະກຳທາງດ້ານການເງິນດ້ວຍຕົນເອງຜ່ານສະມາດໂຟນ ໂດຍບໍ່ຈຳເປັນເຂົ້າທະນາຄານ.  ຫລ້າສຸດ ໃນວັນທີ 12 ມັງກອນ  ຜ່ານມາ ໄດ້ເປີດໂຕ ປະຕິທິນ 2018 ແລະ ຜະລິດຕະພັນ JDB Yes ຂຶ້ນ ທີ່ສຳນັກງານໃຫຍ່ຂອງທະນາຄານ

JDB yes ເປັນຜະລິດຕະພັນໃໝ່ຂອງ ທະນາຄານຮ່ວມພັດທະນາ ທີ່ມີຄວາມທັນສະໄໝ ໄດ້ມາດຕະຖານສາກົນ, ເປັນແອັບພິເຄຊັນທີ່ສາມາດດາວໂຫຼດມາຕິດຕັ້ງດ້ວຍຕົນເອງ ໂດຍສາມາດເຮັດໄດ້ດັ່ງນີ້: ໂອນເງິນຜ່ານເລກບັນຊີ, ຊຳລະບິນລາວໂທລະຄົມ, ອີທີແອວ, ນ້ຳປະປາ, ຕື່ມເງິນລາວໂທລະຄົມ, ອີທີແອວ, ຊຳລະບັດເຄດິດ, ເບິ່ງລາຍການເຄື່ອນໄຫວການນຳໃຊ້ບັດເຄດິດ, ໂອນເງິນຜ່ານໝາຍເລກໂທລະສັບ p2p, ທວງໜີ້ Pay me ແລະ ລັອກບັດເຄດິດ, ບັດເອທີເອັມ ຕາມມາດຕະຖານສາກົນ ໄດ້ຮັບໃບຢັ້ງຢືນ ISO 9001:2015 ໃນດ້ານການບໍລິການໃນປີທີ່ຜ່ານມາ ແລະ ກຳລັງພັດທະນາໃຫ້ກາຍເປັນລະບົບ Digital ເທື່ອລະກ້າວ.

         ພ້ອມດຽວກັນນີ້ຍັງໄດ້ມີການເປີດໂຕປະຕິທິນປະຈຳປີ 2018  ເຊິ່ງເປັນປີພິເສດທີ່ໄດ້ມີການຮ່ວມມືກັບ ນາງສາວລາວ 2017, Miss Grand Lao 2017, Miss International Laos 2017, Miss Supranational Lao 2017, Miss Univers Lao  2017 ທີ່ທາງ JDB ໄດ້ຮ່ວມເປັນຜູ້ອຸປະຖຳຫຼັກໃນການປະກວດນາງສາວຕ່າງໆ ທີ່ຊະນະການປະກວດຈະໄດ້ເປັນນາງແບບຖ່າຍປະຕິທິນ ເພື່ອແຈກຢາຍໃຫ້ແກ່ລູກຄ້າ ແລະ ປະຊາຊົນຜູ້ທີ່ຄວາມຕ້ອງການປະຕິທິນ. ເພື່ອເປັນການສົ່ງເສີມວັດທະນະທຳ ໂດຍສະເພາະແມ່ນເຄື່ອງນຸ່ງຫົ່ມຂອງແມ່ຍິງລາວ ທີ່ມີເອກກະລັກ ໂດດເດັ່ນ ສວຍງາມ ແລະ ເພື່ອເປັນການປະຊາສຳພັນໃຫ້ສັງຄົມຮູ້ຈັກທະນາຄານຮ່ວມພັດທະນາ ແລະ ບັນດາຜະລິດຕະພັນຫຼາຍຂຶ້.

ປັດຈຸບັນ ທະນາຄານຮ່ວມພັດທະນາ ມີໜ່ວຍບໍລິການທັງໝົດ 53 ໜ່ວຍໃນຂອບເຂດທົ່ວປະເທດ ເພື່ອໃຫ້ປະຊາຊົນບັນດາເຜົ່າສາມາດເຂົ້າເຖິງແຫຼ່ງທຶນທີ່ໝັ້ນຄົງ, ເຂົ້າເຖິງການບໍລິການທາງດ້ານການເງິນທີ່ຄົບວົງຈອນ ໄປຕາມຄຳຂວັນທີ່ວ່າ ເຕີບໃຫຍ່ໄປພ້ອມກັນ



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.