ການຮ່ວມມື

ລາວ - ມຽນມາ ລົງນາມເອກະສານການຮ່ວມມື3 ສະບັບ


ໂດຍຕອບສະໜອງຕາມຄຳເຊີນຂອງ ພະນະທ່ານ ອູ ຕິນ ຈໍ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ສສ. ມຽນມາ ຢ່າງເປັນທາງການ ໃນລະຫວ່າງວັນທີ 15-16 ມັງກອນ 2018, ເຊິ່ງເປັນການຢ້ຽມຢາມ ສສ. ມຽນມາ ຄັ້ງທໍາອິດ ພາຍຫຼັງດໍາລົງຕໍາເເໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ລາວ ແລະ ມຽນມາ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ໃນວັນທີ 15 ມັງກອນ 2018, ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ທີ່ ທຳນຽບປະທານາທິບໍດີ, ໂດຍການໃຫ້ກຽດຕ້ອນຮັບຂອງ ພະນະທ່ານ ອູ ຕິນ ຈໍ, ປະທານາທິບໍດີ ແຫ່ງ ສສ. ມຽນມາ ແລະ ພັນລະຍາ. ພາຍຫຼັງສໍາເລັດພິທີຕ້ອນຮັບ ຜູ້ນຳທັງສອງຝ່າຍ ໄດ້ດຳເນີນການພົບປະ, ໂດຍສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ດີ ລະຫວ່າງສອງປະເທດເພື່ອນບ້ານໃກ້ຄຽງໃນກຸ່ມອາຊຽນ ໃນໄລຍະຜ່ານມາ, ເຊິ່ງເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ ຂອງການນຳຂັ້ນສູງຂອງສອງປະເທດ. ໃນໂອກາດ ນີ້, ພະນະທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສົມກຽດ ຖານເພື່ອນມິດສະໜິດແໜ້ນ, ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫຼວງຂອງລັດຖະບານ ແລະ ປະຊາຊົນມຽນມາ ໃນການພັດທະນາປະເທດຊາດໃຫ້ກ້າວໜ້າຍິ່ງໆຂຶ້ນ, ພ້ອມນັ້ນ ທ່ານກໍ່ໄດ້ນຳເອົາຄວາມຢື້ຢາມຖາມຂ່າວຈາກ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານປະທານາທິບໍດີ ແຫ່ງ ສສ. ມຽນມາ.

ໃນໂອກາດດຽວກັນ, ພະນະທ່ານປະທານາທິບໍດີ ອູ ຕິນ ຈໍ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມຢ່າງເປັນທາງການຢູ່ ສສ. ມຽນມາ ຂອງພະນະທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ຄະນະ ເຊິ່ງຈະເປັນການຊຸກຍູ້ສົ່ງເສີມສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດໃຫ້ຂະຫຍາຍຕົວຍິ່ງໆຂຶ້ນໄປ. ພ້ອມກັນນັ້ນ, ພະນະທ່ານປະທານາທິບໍດີ ກໍ່ໄດ້ຝາກຄວາມຢື້ຢາມຖາມຂ່າວ ໄປຍັງ ພະນະທ່ານປະທານປະເທດ ແຫ່ງ ສປປ ລາວ ແລະ ອວຍພອນໃຫ້ ພະນະທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຈົ່ງໄດ້ຮັບຜົນສຳເລັດໃນການຢ້ຽມຢາມ ສສ. ມຽນມາ ຢ່າງເປັນທາງການ ໃນຄັ້ງນີ້.

ໃນວັນດຽວກັນ, ພະນະທ່ານນາຍົກລັດຖະມົົນຕີ ທອງລຸນ ສີສຸລິດ ຍັງໄດ້ພົບປະສອງຝ່າຍກັບ ພະນະທ່ານ ນາງ ອອງ ຊານ ຊູ ຈີ, ທີ່ປຶກສາແຫ່ງລັດ ແຫ່ງ ສສ. ມຽນມາ ທີ່ ທຳນຽບປະທານາທິບໍດີ. ສອງຝ່າຍໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ຢູ່ພາຍໃນປະເທດຂອງຕົນໃຫ້ກັນຊາບ, ພ້ອມໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນການຮ່ວມມືສອງຝ່າຍໃນດ້ານຕ່າງໆ ທີ່ມີບາດກ້າວຂະຫຍາຍຕົວທີ່ດີ ໃນໄລຍະຜ່ານມາ, ເປັນຕົ້ນແມ່ນທາງດ້ານການເມືອງ, ດ້ານປ້ອງກັນປະເທດ, ດ້ານປ້ອງກັນຄວາມສະຫງົບ, ວຽກງານຊາຍແດນ, ດ້ານຄົມມະນາຄົມ ແລະ ຂົນ ສົ່ງ, ດ້ານພະລັງງານໄຟຟ້າ, ດ້ານການສຶກສາ, ດ້ານວິທະຍາສາດ ແລະ ເຕັກໂນໂລຊີ, ດ້ານການຄ້າ-ການລົງທຶນ ແລະ ດ້ານອື່ນໆ.

ນອກນັ້ນ, ສອງຝ່າຍລ້ວນແຕ່ເຫັນດີພ້ອມກັນວ່າ ສອງປະເທດມີທ່າແຮງບົ່ມຊ້ອນຫລາຍ ທີ່ຈະຮ່ວມມືກັນ ໃນຫລາຍດ້ານ ເປັນຕົ້ນແມ່ນດ້ານການທ່ອງທ່ຽວ ໂດຍສະເພາະ ປີທ່ອງທ່ຽວລາວ 2018 ຈະສືບຕໍ່ຮ່ວມມືກັນແລກປ່ຽນເຊິ່ງກັນ ແລະ ກັນ ແລະ ຊຸກຍູ້ການໄປມາຫາສູ່ກັນລະຫວ່າງ ປະຊາຊົນສອງປະເທດນຳກັນຫລາຍຂຶ້ນ. ໃນໄລຍະຜ່ານມາ ສປປ ລາວ ແລະ ສສ. ມຽນມາ ໄດ້ມີການລົງນາມສັນຍາ ແລະ ບົດບັນທຶກຄວາມເຂົ້າໃຈຮ່ວມກັນ ຫຼາຍກວ່າ 30 ສະບັບ, ເຊິ່ງສອງຝ່າຍເຫັນດີວ່າຄວນຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງປະຕິບັດຕາມສັນຍາ ແລະ ບົດບັນທຶກຄວາມເຂົ້າໃຈທີ່ໄດ້ເຊັນກັນແລ້ວນັ້ນ ໃຫ້ມີປະສິດຕິຜົນຫຼາຍຂຶ້ນກວ່າເກົ່າ, ພ້ອມທັງເຫັນດີຊຸກຍູ້ໃຫ້ບັນດາຂະແໜງການເຫຼົ່ານັ້ນ ເພີ່ມທະວີປຶກສາຫາລື ແລະ ຊອກຊ່ອງທາງການຮ່ວມມືນຳກັນໃຫ້ຫຼາຍຂຶ້ນຕື່ມ. ພ້ອມກັນນັ້ນ, ພະນະທ່ານນາຍົກລັດຖະມົົນຕີ ທອງລຸນ ສີສຸລິດ ຍັງໄດ້ເຊື້ອເຊີນ ພະນະທ່ານ ນາງ ອອງ ຊານ ຊູ ຈີ ຢ້ຽມຢາມທາງການທີ່ ສປປ ລາວ ເພື່ອເສີມຂະ ຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດ ລາວ ແລະ ມຽນມາ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ພາຍຫຼັງສຳເລັດການພົບປະ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພະນະທ່ານ ນາງ ອອງ ຊານ ຊູ ຈີ, ທີ່ປຶກສາແຫ່ງລັດ ແຫ່ງ ສສ. ມຽນມາ ກໍ່ໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານສຳຄັນ 3 ສະບັບ ຄື: ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານພະລັງງານໄຟຟ້າ ລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່ ແຫ່ງ ສປປ ລາວ ແລະ ກະຊວງໄຟຟ້າ ແລະ ພະລັງງານ ແຫ່ງ ສສ. ມຽນມາ, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ ລະຫວ່າງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສປປ ລາວ ແລະ ກະຊວງສຶກສາ (ວິທະຍາສາດ ແລະ ເຕັກໂນໂລຊີ) ແຫ່ງ ສສ. ມຽນມາ, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການຕ້ານການສໍ້ລາດບັງຫຼວງ ລະຫວ່າງ ອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ ແຫ່ງ ສປປ ລາວ ແລະ ຄະນະກຳມະການຕ້ານການສໍ້ລາດບັງຫຼວງ ແຫ່ງ ສສ. ມຽນມາ.
ໃນໂອກາດຢ້ຽມຢາມ ສສ. ມຽນມາ ຄັ້ງນີ້, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະໄປຢ້ຽມຢາມນະຄອນຢັ້ງກຸ້ງ, ເຂດເສດຖະກິດພິເສດທີລາວາ ແລະ ພະທາດສະເວດາກ໋ອງ.



ແຫລ່ງທີ່ມາຈາກໜັງສືພິມ ປະຊາຊົນ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.