ລັດຖະບານ

ໄຂກອງປະຊຸມວຽກງານຫ້ອງວ່າການທົ່ວປະເທດ


ກອງປະຊຸມວຽກງານຫ້ອງວ່າການທົ່ວປະເທດ ຄັ້ງທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 15 ມັງກອນ 2017 ທີ່ຫ້ອງວ່າການສູນກາງພັກ, ພາຍໃຕ້ຄຳຂວັນ “ຍົກສູງຄຸນນະພາບ ການເປັນເສນາທິການ ແລະ ປະສານງານທີ່ດີ ຂອງຫ້ອງວ່າການ” ໂດຍການເປັນປະທານຂອງ ທ່ານ ນ. ສວນສະຫວັນ ວິຍະເກດ ເລຂາທິການສະພາແຫ່ງຊາດ, ມີທ່ານ ນ. ສີໃສ ລືເດດມູນສອນ ຮອງປະ ທານສະພາແຫ່ງຊາດ, ທ່ານ ຄຳເມິງ ພົງທະດີ ຫົວໜ້າຫ້ອງວ່າການປະທານປະເທດ, ທ່ານ ສົມສະນິດ ສຸວັນນະລາດ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ສົມບັດ ເຢຍລີເຮີ ຮອງຫົວ ໜ້າຫ້ອງວ່າການສູນກາງພັກ, ບັນດາຜູ້ຕາງໜ້າ ຈາກຫ້ອງວ່າການສູນກາງພັກ, ຫ້ອງການ ບັນດາກະຊວງ-ອົງການຂັ້ນສູນກາງ, ມີບັນດາຫ້ອງວ່າການປົກຄອງແຂວງ ແລະ ນະຄອນຫຼວງວຽງຈັນ ໃນທົ່ວປະ ເທດ ເຂົ້າຮ່ວມ.


ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມວຽກງານຫ້ອງວ່າການທົ່ວປະເທດ ຄັ້ງທີ VII ເຊິ່ງໄດ້ມີດ້ານດີ ແລະ ຜົນສຳເລັດ ທີ່ຈະຕ້ອງໄດ້ພ້ອມກັນ ສືບຕໍ່ເສີມຂະຫຍາຍ. ພ້ອມກັນນັ້ນ ກໍ່ເພື່ອຖອດຖອນບົດຮຽນດ້ານອ່ອນ ແລະ ຂໍ້ຄົງຄ້າງ ໃນການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ທີ່ຈະໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ, ຊອກຫາ ວິທີການແກ້ໄຂຮ່ວມກັນ ເພື່ອເປັນຂໍ້ມູນ ແລະ ບົດຮຽນໃນການແກ້ໄຂວຽກງານ ໃນຂອບເຂດຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ ໃຫ້ມີຄວາມສະດວກ ແລະ ຄ່ອງແຄ້ວຂຶ້ນກວ່າເກົ່າ. ພ້ອມນັ້ນ ກໍ່ຈະໄດ້ພ້ອມກັນຄົ້ນຄວ້າ, ວາງທິດທາງແຜນການຈັດຕັ້ງປະຕິບັດ ວຽກງານຫ້ອງວ່າການແຕ່ນີ້ຮອດປີ 2020 ເຊິ່ງຈະເປັນບ່ອນອີງ ແລະ ຄາດໝາຍ ໃຫ້ແຕ່ລະພາກສ່ວນ ໄດ້ບຸກບືນສູ້ຊົນໃຫ້ບັນລຸຕາມ ຄາດໝາຍທີ່ວາງໄວ້.

 ສໍາລັບເນື້ອໃນຂອງການດຳເນີນກອງປະຊຸມຄັ້ງນີ້ ໄດ້ຮັບຟັງ ແລະ ປະກອບຄຳຄິດຄໍາເຫັນຕໍ່ບັນຫາຕ່າງໆ ເປັນຕົ້ນບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ມະຕິກອງປະຊຸມ ວຽກງານຫ້ອງວ່າການທົ່ວປະເທດ ຄັ້ງທີ VII; ບົດປະກອບຄຳເຫັນ ຂອງຫ້ອງວ່າການສູນກາງພັກ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຫ້ອງວ່າການປະທານປະເທດ, ຄະນະເລຂາທິການ ສະພາແຫ່ງຊາດ; ຫ້ອງການກະຊວງ, ຫ້ອງວ່າການປົກຄອງແຂວງ ແລະ ນະຄອນຫຼວງວຽງຈັນ ກ່ຽວກັບການຍົກສູງຄຸນນະພາບ ການເປັນເສນາທິການ ແລະ ການປະສານງານທີ່ດີ ຂອງແຕ່ລະພາກສ່ວນ. ທີ່ສຳຄັນກອງປະຊຸມ ຈະໄດ້ຮັບຟັງການໂອ້ລົມຂອງທ່ານ ນ. ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ.

ໃນໂອກາດກ່າວໄຂ ກອງປະຊຸມ, ທ່ານ ນ. ສວນສະຫວັນ ວິຍະເກດ ໄດ້ຮຽກຮ້ອງບັນດາທ່ານຜູ້ແທນກອງປະຊຸມຄັ້ງນີ້ ຈົ່ງພ້ອມກັນເອົາໃຈໃສ່ຕິດຕາມຮັບຟັງການລາຍງານ, ຄົ້ນຄວ້າ, ປະກອບ ຄຳຄິດເຫັນຕໍ່ເນື້ອໃນເອກະສານຕ່າງໆ ທີ່ນຳມາລາຍງານຕໍ່ກອງປະຊຸມ; ນຳເອົາບົດຮຽນທີ່ດີຂອງແຕ່ລະພາກສ່ວນ ມາແລກປ່ຽນເຊິ່ງກັນ ແລະ ກັນເພື່ອເປັນບົດຮຽນ ໃຫ້ແກ່ການແກ້ໄຂວຽກງານໃນຕໍ່ໜ້າ ແລະ ເອົາໃຈໃສ່ປະຕິບັດກົດລະບຽບ ຂອງການດຳເນີນກອງປະຊຸມ ຢ່າງເຂັ້ມງວດ.
ກອງປະຊຸມຄັ້ງນີ້, ຈະໄດ້ດຳເນີນແຕ່ວັນທີ 15-16 ມັງກອນ 2018.

ແຫລ່ງ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.