LU03

ສະຖິຕິຊີ້ ລິເວີພູລ ມີໂອກາດເກັບຄະແນນໄດ້ດີກວ່າ ໃນຍາມທີ່ບໍ່ມີ ຄູຕິນໂຢ ລົງແຂ່ງຂັນ


   ພາຍຫລັງທີ່ ຟິລິບເປ ຄູຕິນໂຢ ກອງກາງຕົວສໍາຂອງ ລິເວີພູລ ຍ້າຍໄປຫລິ້ນໃຫ້ກັບ ບາເຊໂລນາ ເຮັດໃຫ້ແຟນໆຂອງລິເວີພູລ ກັງວົນວ່າ ຜົນງານຂອງທີມຂອງຕົນຈະຕົກຕໍ່າ ແຕ່ມັນບໍ່ໄດ້ເປັນດັ່ງນັ້ນເລີຍ ເມື່ອນັດຫລ້າສຸດ ລິເວີພູລ ສາມາດຢັດຍື່ນຄວາມປະລາໄຊນັດທຳອິດໃຫ້ກັບ ແມນເຊັສເຕີ ຊິຕີ້ ທັງທີ່ ຄູຕິນໂຢ ຍ້າຍໄປຮ່ວມກັບ ບາເຊໂລນາ ແລ້ວ ແລະ ສະຕິຖິກໍ່ຊີ້ໃຫ້ເຫັນວ່າ ການບໍ່ມີ ກອງກາງຄົນດັ່ງກາວ ກໍ່ບໍ່ໄດ້ສົ່ງຜົນທະທົບຕໍ່ທີມປານໃດ.

   ໂດຍພວກເຮົາມາເບິ່ງ ສະຖິຕິຂອງລິເວີພູລ ໃນຢາມທີ່ບໍ່ມີຄູຕິນໂຢ ລົງແຂ່ງ 9 ນັດ ຊະນະ 7 ແລະ ເສຍພຽງ 1 ນັດ ໂດຍສະເລ່ຍເກັບຄະແນນໄດ້ 2.4 ຄະແນນຕໍ່ນັດ ແລະ ຍິງປະຕູ 2.6 ຕໍ່ນັດ ຜົນການແຂ່ງຂັນມີດັ່ງນີ້:
-ວັດຟອດ 3-3 ລິເວີພູລ
-ລິເວີພູລ 1-0 ຄຣິສຕັນ ພາເລຊ
-ລິເວີພູລ 4-0 ອາເຊນອລ
-ແມນຊິຕີ້ 5-0 ລິເວີພູລ
-ລິເວີພູລ 3-0 ຮັນເດີຟິລ
-ເວສແຮມ 1-4 ລິເວີພູລ
-ສະໂຕ໊ກ 0-3 ລິເວີພູລ
-ເບີນລີ 1-2 ລິເວີພູລ
-ລິເວີພູລ 4-3 ແມນຊິຕີ້


   ສ່ວນນັດທີ່ມີ ຄູຕິນໂຢ ລົງແຂ່ງຂັນນໍາ ປະກົດວ່າ: ລົງ 14 ນັດ ຊະນະ 6 ສະເຫມີ 7 ແລະ ເສຍ 1 ນັດ ໂດຍຄະແນນສະເລ່ຍຕໍ່ນັດໄດ້ 1.8 ຄະແນນ ແລະ ຍິງປະຕູໄດ້ສະເລ່ຍ 2.14 ຫນ່ວຍ ໂດຍຜົນການແຂ່ງຂັນມີດັ່ງນີ້:
-ລິເວີພູລ 1-1 ເບີນລີ
-ເລັສເຕີ 2-3 ລິເວີພູລ
-ນິວຄາສເຊິລ 1-1 ລິເວີພູລ
-ລິເວີພູລ 0-0 ແມນຢູ
-ສະເປີ 4-1 ລິເວີພູລ
-ລິເວີພູລ 3-0 ເຊົາແຮັມຕັນ
-ລິເວີພູລ 1-1 ເຊລຊີ
-ໄບຣຕັນ 1-5 ລິເວີພູລ 
-ລິເວີພູລ 0-0 ເວສບຣອມ
-ບອນມັດ 0-4 ລິເວີພູລ
-ອາເຊນອລ 3-3 ລິເວີພູລ
-ລິເວີພູລ 5-0 ສະວອນຊີ
-ລິເວີພູລ 1-1 ເອັຟເວີຕັນ
-ລິເວີພູລ 2-1 ເລັສເຕີ 




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.