ກະຊວງການເງິນ

ຮອງນາຍົກເນັ້ນໃຫ້ກວດຄືນທຸລະກິດທີ່ສົງໄສເສຍອາກອນບໍ່ຖືກຕ້ອງກັບຕົວຈິງ ລວມເຖິງຄວາມບໍ່ໂປ່ງໃສຂອງພະນັກງານ


ທຸລະກິດທີ່ເຂົ້າຄ່າຍເສຍອາກອນບໍ່ຖືກກັບການປະກອບທຸລະກິດຕົວຈິງ ແລະ ພະນັກງານທີ່ບໍ່ໂປ່ງໃສຕ້ອງເປັນຮ້ອນໆໜາວໆເມື່ອທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນໄດ້ເນັ້ນໃຫ້ສ່ວຍສາກອນອາກອນທຸກຂົງເຂດກວດຄືນຖານຂໍ້ມູນທີ່ສົງໄສວ່າຍັງຈ່າຍຄ່າອາກອນບໍ່ເໝາະສົມກັບຕົວຈິງ ໂດຍສະເພາະແມ່ນແຂວງທີ່ມີລາຍຮັບຫຼຸດຈາກເດີມຫຼາຍເທົ່າ  ລວມເຖິງການປະຕິບັດຫນ້າທີ່ຂອງພະນັກງານຫາກພົບເຫັນວ່າເຈົ້າໜ້າທີ່ມີສ່ວນຮ່ວມຈະໃສ່ໂທດຕາມລະບຽບກົດໝາຍ.

ກອງປະຊຸມວິຊາການຂະແໜງສ່ວຍສາອາກອນທົ່ວປະເທດເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໃນປີ 2017 ແລະ ທິດທາງ ການຈັດຕັ້ງປະຕິບັດໃນປີ 2018 ໄດ້ຈັດຂຶ້ນໃນວັນທີ 15-17 ມັງກອນ 2018 ທີ່ສູນຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ໂດຍການເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ,ລັດຖະມົນຕີກະຊວງການເງິນ; ທ່ານ ປອ. ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ພ້ອມດ້ວຍຫົວໜ້າພະແນກສ່ວຍສາອາກອນແຕ່ລະແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ປອ. ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ ລາຍງານວ່າ: ການເກັບລາຍຮັບເຂົ້າສ່ວຍສາອາກອນປີ 2017 ແມ່ນໄດ້ພົບກັບບັນຫາສະພາບເສດຖະກິດໂລກມີການປ່ຽນແປງ, ລາຄານ້ຳມັນມີການປັບຂຶ້ນ, ການເກັບລາຍຮັບຈາກຂະແໜງບໍ່ແຮ່ຫຼຸດລົງໄດ້ສົ່ງຜົນກະທົບຕໍ່ການເກັບອາກອນຢ່າງຊັດເຈນ, ຕົວເລກລາຍຮັບຈາກການເກັບອາກອນໃນປີນີ້ບໍ່ເປັນໄປຕາມສະພາແຫ່ງຊາດຮັບຮອງ ໂດຍປະຕິບັດໄດ້92,35% ຫຼື ປະມານ 10.144 ຕື້ກີບ ຖ້າທຽບໃສ່ປີ 2015-2016 ເພີ່ມຂຶ້ນ 20% ໃນນີ້ກົມສ່ວຍສາອາກອນເກັບໄດ້ 6.374 ຕື້ກີບ;ສ່ວນ ບັນດາແຂວງ ແລະ ນະຄອນຫຼວງເກັບໄດ້ 3.808 ຕື້ກວ່າກີບ, ລາຍຮັບຈາກພາສີທີ່ດິນ 172,82 ຕື້ກີບ.

ໃນກອງປະຊຸມຍັງໄດ້ປຶກສາຫາລືກັນຫຼາຍບັນຫາ ເພື່ອແກ້ໄຂຂໍ້ຫຍຸ້ງຍາກຕ່າງໆເພື່ອເຮັດໃຫ້ຕົວເລກປີ 2018 ບັນລຸຜົນທີ່ກຳນົດໄວ້ 11.600 ຕື້ກີບ

ພາຍຫຼັງໄດ້ຮັບຟັງການລາຍງານຈາກກົມສ່ວຍສາອາກອນ ທ່ານ ສົມດີ ດວງດີ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການເງິນກໍ່ໄດ້ໃຫ້ທິດຊີ້ນຳວ່າ: ກົມສ່ວຍສາກອນຈະຕ້ອງໄດ້ກວດຄືນຖານຂໍ້ມູນທີ່ມີຢູ່ແລ້ວໃຫ້ຖືກຕ້ອງການກັບການດຳເນີນທຸລະກິດທີ່ເປັນອາກອນລາຍຮັບຕົວຈິງເພາະຕົວເລກບາງສ່ວນອາດແມ່ນຕົວເລກລາຍຮັບເດີມທີ່ຜ່ານມາຫຼາຍປີເຊັ່ນ: ທຸລະກິດໂຮງແຮມທີ່ໃຫ້ບໍລິການຈັດງານແຕ່ງງານເປັນຕົ້ນວ່າເສຍພັນທະຖືກຕ້ອງກັບຕົວຈິງແທ້ບໍ. ບັນດາແຂວງທີ່ມີລາຍຮັບຫຼຸດຈາກປິກ່ອນກໍ່ຄວນເຂົ້າໄປກວດສອບເພື່ອຄວາມໂປ່ງໃສ.
ອີກວິທີໜຶ່ງວຽກງານສ່ວຍສາອາກອນຄວນຈະຍົກລະດັບການເກັບອາກອນເຂົ້າສູ່ຄວາມທັນສະໄໝຫຼາຍຂຶ້ນເຊັ່ນ: ການເກັບຄ່າເສັ້ນທາງໃນແຕ່ລະປີສາມາດເກັບລາຍຮັບຢູ່ປະມານ 10 ຕື້ກີບ ແຕ່ເມື່ອປ່ຽນມາໃຊ້ລະບົບການເກັບຜ່ານທະນາຄານການຄ້າຕ່າງປະເທດພາຍໃນ 3-4 ເດືອນສາມາດເກັບໄດ້ແລ້ວ 30 ຕື້ກີບ, ມູນຄ່າຕົວເລກດັ່ງກ່າວມີການຂາດໂຕນກັນພໍສົມຄວນເພາະໄດ້ລວມເອົາລົດຂອງລັດຖະບານເຂົ້າມາເສຍນຳດ້ວຍຈາກແຕ່ກ່ອນແມ່ນມີການຍົກເວັ້ນ.


ແຫລ່ງທີ່ໃສຈາກຫນັງສືພິມເສດຖະກິດ ການຄ້າ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.