LU02

ສະເໜີທົ່ງໄຫຫີນ ເປັນມໍລະດົກໂລກແຫ່ງທີ3 ຂອງໃກ້ສຳເລັດແລ້ວ



ກົມມໍລະດົກ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ປະກອບສຳເລັດສົມບູນເອກະສານຄຳຮ້ອງນຳສະເໜີເອົາທົ່ງໄຫຫີນ ແຂວງຊຽງຂວາງ ເຂົ້າເປັນມໍລະດົກໂລກ ແຫ່ງທີ 3 ຂອງ ສປປ ລາວ ຊຶ່ງບັນດາເອກະສານທັງໝົດນີ້ຈະນຳເຂົ້າສູ່ການພິຈາລະນາໃນກອງປະຊຸມຄະນະກຳມະການລະດັບຊາດ ເພື່ອມໍລະດົກໂລກ ມື້ອື່ນ, ວັນທີ 17/1/2018 ທີ່ນະຄອນຫຼວງວຽງຈັນ ເພື່ອຮັບຮອງ.



 ຫຼັງຈາກນັ້ນຈະນຳສະເໜີຕໍ່ທ່ານນາຍົກລັດຖະມົນຕີ ລົງລາຍເຊັນ ໃນນາມລັດຖະບານ ສປປ ລາວ ຢ່າງເປັນທາງການ ແລ້ວກຽມສົ່ງເຖິງອົງການ unesco ທີ່ປາຣີ, ປະເທດຝຣັ່ງ ໃນທ້າຍເດືອນ 1/2018 ນີ້.






ແຫຼ່ງຂ່າວຈາກ ສາລາກະວີງົວ ແລະກວຽນ

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.