LU03

ອາດແມ່ນຄວາມຈິງ ເມື່ືອສື່ ສະເປນ ຊີ້ ໂຣນັລໂດ ໃກ້ໝົດອະນາຄົດກັບ ມາດຣິດ


   ອາສ ສື່ທີ່ມີຊື່ສຽງຂອງສະເປນ ລາຍງານຂ່າວເມື່ອວັນຈັນທີ 15 ມັງກອນ ທີ່ຜ່ານມາວ່າ ຄຣິສເຕຍໂນ ໂຣນັລໂດ ເຈົ້າຂອງລາງວັນນັກເຕະດີເດັ່ນ 5 ສະໄໝ ທົນບໍໍ່ໄດ້ທີ່ຕົວເອງຕ້ອງຫຼຸດຈາກ 3 ນັກເຕະອັນດັບນັກເຕະທີ່ໄດ້ຮັບຄ່າເມື່ອຍແພງທີ່ສຸດໃນໂລກ ຈາກການທີ່ປັດຈຸບັນຮັບຢູ່ລະດູການ 21 ລ້ານເອີໂຣ, ແຕ່ກໍ່ຍັງດີພໍທີ່ຈະຢຶດອັນດັບ 5 ໃນນັກເຕະທີ່ໄດ້ຮັບຄ່າເມື່ອຍສູງສຸດໃນໂລກ.

   ຈົນຫຼ້າສຸດ ສື່ດັ່ງກ່າວລາຍງານວ່າ: ຟລໍເຣນຕິໂນ ປະທານສະໂມສອນ ຣີລ ມາດຣິດ ທີ່ໃຫ້ສັນຍາວ່າຈະຂຶ້ນຄ່າເມື່ອຍໃຫ້ກັບລາວ, ແຕ່ກັບບໍ່ເຮັດຕາມນັ້ນ. ດັ່ງນັ້ນ ໂຣນັລໂດ ຈິ່ງຕ້ອງການຈະກັບໄປຫຼິ້ນໃນຖິ່ນ ໂອລ ແທຣຟຟອດກັບ ແມນເຊັສເຕີ ຢູໄນເຕັດ ອີກຄັ້ງ.

   ພາຍຫຼັງທີ່ຮັບ ລາງວັນເກີບຄໍາ ສະໄໝທີ 5 ເມື່ອເດືອນທັນວາ 2017 ໂຣນັລໂດ ກ່າວວ່າ: “ ຂ້ອຍຕ້ອງການຈະຢູ່ກັບ ຣີລ ມາດຣິດ ຕໍ່ໄປຖ້າເປັນໄປໄດ້ ແລະ ຂ້ອຍກໍ່ຢາກຈະເກັບພາສີຕົວເອງ ໃນມາດຣິດ, ແຕ່ມັນບໍ່ໄດ້ຂຶ້ນກັບຂ້ອຍ ແລະ ຂ້ອຍບໍ່ໃຊ້ເຈົ້ານາຍໃຫຍ່ໃນສະໂມສອນແຫ່ງນີ້ ”.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About larmkp

0 comments:

Post a Comment

Powered by Blogger.