3 ຄົນ

ສະຫວັນນະເຂດຕັດສິນປະຫານຊີວິດ 3 ຜູ້ຄ້າຢາລາຍໃຫຍ່



     ຄະນະສານອາຍາຂອງສານປະຊາຊົນແຂວງສະຫວັນນະເຂດ ພ້ອມດ້ວຍຈ່າສານ, ໂດຍຊ້ອງໜ້າອົງການໄອຍະການປະຊາຊົນແຂວງ ໄດ້ເປີດປະຊຸມສານຂຶ້ນໃນວັນທີ 11 ມັງກອນ 2018 ທີ່ສະໂມສອນຫ້ອງວ່າການປົກຄອງເມືອງໄກສອນ ພົມວິຫານ ເພື່ອພິຈາລະນາຄະດີອາຍາ ເລກທີ 350/ຂຕ.ອ, ລົງວັນທີ 17 ຕຸລາ 2017,
ລະຫວ່າງອົງການໄອຍະການປະຊາຊົນ ແຂວງສະຫວັນນະເຂດເປັນໂຈດ ແລະນາງ ກະລຸນາ (ຕິ່ງ) ອາຍຸ 33 ປີ, ປະຊາ ຊົນບ້ານໜອງບົວທ່າ ເປັນຈຳເລີຍທີ 1, ທ້າວ ລິນຢູລາ (ແຫຼ້) ອາຍຸ 38 ປີ, ປະຊາຊົນ ບ້ານໜອງບົວທ່າ ເປັນຈຳເລີຍທີ 2, ທ້າວ ຈັນທະວີສຸກ (ໂຈ້) ອາຍຸ 22 ປີ, ກຳມະກອນ ບ້ານສະພານໃຕ້ ເປັນຈຳເລີຍທີ 3. ເຊິ່ງທັງ 3 ຄົນຢູ່ເມືອງໄກສອນພົມວິຫານ ແຂວງ ສະຫວັນນະເຂດຖືກຫາວ່າ: ຄ້າ-ຂາຍຢາເສບຕິດ (ປະເພດຢາບ້າ ແລະຢາໄອສ), ໄດ້ຖືກກັກຕົວແຕ່ວັນທີ 17 ພະຈິກ 2015 ພ້ອມຂອງກາງ ຢາບ້າຈຳນວນ 57 ມັດ, ເທົ່າກັບ 1,14 ແສນເມັດ, ນ້ຳໜັກ 14.165,5 ກຣາມ ແລະຢາໄອສ 1 ຖົງນ້ອຍ, ນ້ຳໜັກ 83,5 ກຣາມ. ດັ່ງນັ້ນ ສານຈິ່ງໄດ້ຕັດທັງ 3 ຄົນດ້ວຍໂທດສູງສຸດຄື: ປະຫານຊີວິດ.


     ເນື້ອໃນຄະດີມີຢູ່ວ່າ: ໃນເວລາປະມານ 8 ໂມງ ຂອງວັນທີ 13 ພະຈິກ 2015, ໄດ້ມີນາງ ກິກ ໂທລະສັບມາຫາ ນາງ ກະລຸນາ (ຕິ່ງ) ວ່າ: ຈະເອົາຢາບ້າໄປສົ່ງໃຫ້ຈຳ ນວນ 60 ມັດ, ໃນລາຄາມັດລະ 48.000 ບາດ (ສະກຸນເງິນໄທ) ພ້ອມທັງຢາໄອສ 1 ຖົງ, ສ່ວນເງິນຄ່າຢາບ້າ ວັນທີ 25 ພະຈິກ 2015 ຈິ່ງຈະລົງໄປເອົາ, ສ່ວນຈຸດນັດພົບ ຮັບ-ສົ່ງຢາ ແມ່ນຢູ່ທາງເຂົ້າບ້ານໜອງບົວທ່າ, ຫຼັງຈາກນັ້ນ, ນາງ ຕິ່ງ ແລະທ້າວ ໂຈ້ ຈິ່ງໄດ້ໄປຢືມເອົາລົດວີໂກ້ແຄັບ ສີດຳ (ບໍ່ມີປ້າຍທະບຽນ) ນຳນາງ ມານາຈິດ (ຕູ່ນ) ຊຶ່ງເປັນຄົນຮັກແພງກັນ ໂດຍບອກວ່າ: ຈະເມືອບ້ານ; ເມື່ອຢືມລົດໄດ້ແລ້ວທັງສອງກໍ່ ພາກັນຂີ່ລົດຄັນດັ່ງກ່າວມາທີ່ຈຸດນັດພົບ, ຮອດເວລາ 9 ໂມງ ຂອງວັນດຽວກັນຈິ່ງ ເຫັນລົດປຣາໂດ້ ສີຂາວ ໝາຍເລກທະບຽນ ກຄ 9999 ກຳແພງນະຄອນ ຂີ່ມາຈອດ ພ້ອມທັງເອົາຢາບ້າສົ່ງໃຫ້ຈຳນວນ 60 ມັດ, ຊຶ່ງມີຜູ້ຊາຍ 4 ຄົນນັ່ງມາໃນລົດ ແຕ່ຮູ້ ຊື່ພຽງຜູ້ດຽວຄື: ທ້າວ ອາຕູ່ (ບໍ່ຮູ້ບ້ານ). ເມື່ອໄດ້ຢາແລ້ວນາງ ຕິ່ງ ແລະທ້າວ ໂຈ້  ໄດ້ພາກັນນຳເອົາຢາດັ່ງກ່າວ ໄປຂາຍໃຫ້ ນາງ ປິກ ຢູ່ບ້ານນາປົ່ງ, ໃນລາຄາມັດລະ 52.000 ບາດ, ແຕ່ຜ່ານການກວດກາຂອງ ນາງ ປິກ ເຫັນວ່າຢາບໍ່ໄດ້ມາດຕະຖານ, ຈາກນັ້ນ ທັງສອງຈິ່ງໄດ້ນຳເອົາຢາກັບຄືນໄປຊຸກເຊື່ອງໄວ້ຢູ່ເຮືອນເຊົ່າບ້ານດົງດຳດວນ ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ, ຈາກນັ້ນ ມາໃນວັນທີ 15 ພະຈິກ ນາງ ຕິ່ງ ໄດ້ນຳເອົາຢາບ້າທັງໝົດໃສ່ລົດວີໂກ້ສີດຳທີ່ຢືມມານັ້ນ ແລ້ວໄປຊວນເອົາ ທ້າວ ໂຈ້ ລົງເມືອບ້ານໜອງບົວທ່າ ພໍຮອດເຮືອນຂອງ ທ້າວ ລິນຢູລາ (ແຫຼ້) ຜູ້ເປັນອ້າຍຂອງນາງ ຕິ່ງ, ຈິ່ງໄດ້ບອກໃຫ້ ທ້າວ ໂຈ້ ຖືຖົງຢາລົງຈາກລົດໄປໃຫ້ ທ້າວ ແຫຼ້ ເປັນຜູ້ເກັບຮັກສາໄວ້. ມື້ຕໍ່ມາຄືວັນທີ 16 ນາງ ປິກ ຈິ່ງໄດ້ໂທລະສັບບອກ ນາງ ຕິ່ງ ວ່າ: ຢາບ້າຈຳນວນ 3 ມັດ ທີ່ເອົານຳອ້າຍເຈົ້ານັ້ນ ແມ່ນບໍ່ໄດ້ເກດ ຊິເອົາໄປສົ່ງຄືນເດີ. ຕໍ່ມາວັນທີ 17 ພະຈິກ ນາງ ຕິ່ງ ໄດ້ຊວນເອົາ ນາງ ມານາຈິດ ຊຶ່ງເປັນເຈົ້າຂອງລົດ ວີໂກ້ ລົງເມືອບ້ານໜອງບົວທ່າອີກ ໂດຍບອກວ່າ: ລົງເມືອເອົາແມ່ມາໂຮງໝໍ. ຈາກນັ້ນ ພວກກ່ຽວທັງສອງຈິ່ງຂີ່ລົດວີໂກ້ຄັນດັ່ງກ່າວ ໄປບ້ານໜອງບົວທ່າ, ຮອດເວລາ 11 ໂມງຂອງວັນດຽວກັນ ຈິ່ງໄດ້ຖືກເຈົ້າໜ້າທີ່ກັກຕົວ ນາງ ກະລຸນາ (ຕິ່ງ), ນາງ ມານາຈິດ (ຕູ່ນ) ແລະທ້າວ ລິນຢູລາ (ແຫຼ້) ຢູ່ເຮືອນຂອງທ້າວ ລິນຢູລາ (ແຫຼ້) ພ້ອມ ທັງກວດຄົ້ນເຄຫາສະຖານ (ເຮືອນ) ຈິ່ງພົບເຫັນຂອງກາງ (ຢາບ້າ) ຈຳນວນ 57 ມັດ ແລະຢາໄອສ 1 ຖົງນ້ອຍ, ຕໍ່ມາ ເວລາ 14 ໂມງຂອງວັນດຽວກັນ ໄດ້ກັກຕົວ ທ້າວ ຈັນທະວີສຸກ (ໂຈ້) ຢູ່ບ້ານສະພານໃຕ້ ມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About see

0 comments:

Post a Comment

Powered by Blogger.