ກອງປະຊຸມສະພາທ້ອງຖິ່ນ

ແຂວງໄຊຍະບູລີ ໄຂກອງປະຊຸມສະພາປະຊາຊົນ


ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊາຊົນແຂວງໄຊຍະບູລີ ສະໄໝທີ I ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 16 ມັງກອນນິ້ ຢູ່ຫ້ອງປະຊຸມໂຮງຮຽນການເມືອງການປົກຄອງແຂວງ ໂດຍການເປັນປະທານຂອງທ່ານ ປອ ສົມລິດ ເປືອກແກ້ວ ຮອງເລຂາພັກແຂວງ ປະທານສະພາປະຊາຊົນເເຂວງ ໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ມີທ່ານ ພົງສະຫັວນ ສິດທະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ ມີ ຄະນະປະຈຳພັກແຂວງ,ກຳມະການພັກເເຂວງ ສະມາຊິກສະພາເຂດເລືອກຕັ້ງທີ່ 7,ອະດີດການນຳຂອງແຂວງ,ອາດີດສະມາຊິກສະພາແຫ່ງຊາດ,ສະມາຊິກສະພາປະຊາຊົນແຂວງ,ນັກປະຕິວັດອາວຸໂສບຳນານ,ຜູ້ຊົງຄຸນວຸດທິ,ຕາງໜ້າອົງການຈັດຕັ້ງພັກລັດ,ອົງການຈັດຕັ້ງແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ນັກທຸລະກິດຜູ້ປະກອບການເຂົ້າຮ່ວມ 200 ກວ່າຄົນ.

ໃນກອງປະຊຸມທ່ານ ປອ ສົມລິດ ເປືອກເເກ້ວ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ໄດ້ກ່າວໄຂກອງປະຊຸມເຊີ່ງທ່ານໄດ້ກ່າວບາງຕອນວ່າ ຕະຫຼອດໄລຍະ 1 ປີຜ່ານມາ ເຖິງວ່າສະພາບແວດລ້ອມພາກພື້ນ ແລະສາກົນມີທັງກາລະໂອກາດ ສິ່ງທ້າທາຍທົດສອບ ເຊີ່ງໄດ້ສົ່ງຜົນກະທົບແກ່ການພັດທະນາເສດຖະກິດ-ສັງຄົມ ຂອງພວກເຮົາກໍ່ຕາມແຕ່ດ້ວຍຄວາມເອົາໃຈໃສ່ຊິ້ນຳ-ນຳພາຂອງພັກ-ລັດ ເວົ້າລວມເວົ້າສະເພາະກໍ່ຄື: ຄະນະປະຈຳພັກແຂວງ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງປະຊາຊົນບັນດາເຜົ່າໄດ້ເຮັດໃຫ້ແຂວງ ໄຊຍະບູລີສຶບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນສັງຄົມມີຄວາມສະເຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ການພັດທະນາເສດຖະກິດສັງຄົມສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ການຄຸ້ມຄອງລັດ-ຄຸ້ມຄອງເສດຖະກິດສັງຄົມ ແລະ ການບໍລິຫານລັດຕາມລະບຽບກົດໝາຍໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ.

ແຕ່ເຖິງຢ່າງໃດກໍ່ຕາມພວກເຮົາຍັງປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຈຳນວນໜື່ງ, ອັດຕາການເຕີບໂຕທາງດ້ານເສດຖະກິດ ເຖິງວ່າໄດ້ມີການຂະຫຍາຍຕົວແຕ່ຍັງບໍ່ທັນຮັບປະກັນຄວາມໜັ້ນທ່ຽງ ແລະ ຍຶນຍົງ, ບາງຄາດໝາຍໃຫ່ຍທາງດ້ານເສດຖະກິດ-ສັງຄົມຍັງບໍ່ທັນບັນລຸຕາມແຜນການທີ່ວາງໄວ້, ການຜະລິດກະສິກຳ, ອຸດສາຫະກຳ ແລະ ການແກ້ໄຂໜີ້ສິນຂອງລັດ, ຍັງປະສົບຄວາມຫຍຸ້ງຍາກ, ການລະເມີດລະບຽບກົດໝາຍ, ລະເມີດວິໄນແຜນການ-ການເງິນໃນການລົງທຶນຂອງລັດ, ການຄຸ້ມຄອງຊັບສິນທຳມະຊາດບັນຫາສິ່ງແວດລ້ອມ, ການແກ້ໄຂປະກົດການຫໍ້ຍທໍ້ໃນສັງຄົມເຖິງວ່າໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າແລ້ວກໍ່ຕາມ, ແຕ່ກໍ່ຍັງບໍ່ທັນສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງການພັດທະນາໃນໄລຍະໃໝ່.

ກອງປະຊຸມຄັ້ງນີ້ຈະໄດ້ດຳເນີນເປັນເວລາ 4 ວັນ, ແມ່ນພວກເຮົາຈະໄດ້ສຸມໃສ່ການພິຈາລະນາ ແລະ ຕົກລົງບາງບັນຫາສຳຄັນເຊັ່ນ: ຮັບຟັງລາຍງານໂດຍສັງເຂບກ່ຽວກັບການຈັດຕັ້ງປະຕິບັດວຽກງານສຸມຂອງອົງການປົກຄອງແຂວງ ປະຈຳປີ 2017 ແລະ ທິດທາງແຜນການ ປະຈຳປີ 2018; ຮັບຟັງກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງປະຈຳປີ 2017 ແລະທິດທາງແຜນການປະຈຳປີ 2018 ຮັບຟັງກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2017 ແລະທິດທາງແຜນການ 2018; ຮັບຟັງການຈັດຕັ້ງປະຕິບັດມະຕິກອງປະຊຸມສະໄໝສາມັນເທື່ອທີ 2,ທີ 3 ຂອງພະເເນກອຸດສາຫະກຳ ແລະການຄ້າ.

ຮັບຟັງກ່ຽວກັບການເຄື່ອນໄຫວວຽກງານຂອງອົງການກວດສອບປະຈຳພາກເໜືອປະຈຳປີ 2017 ແລະທິດທາງແຜນການເຄື່ອນໄຫວປະຈຳປີ 2018 ແລະຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງແຜນງົບປະມານຂອງແຂວງໄຊຍະບູລີ ສົກປີ 2015-2016 ຂອງອົງການກວດສອບປະຈຳພາກເໜືອ,ຮັບຟັງຜົນກວດກາຕາມຜົນກວດສອບບົດສະຫຼຸບຂາດຕົວຂອງແຂວງໄຊຍະບູລີ ສົກປີ 2014-2015 ສົກປີ 2015-2016 ແລະວຽກງານສືບສວນ-ສອບສວນ ຕ້ານການສໍ້ລາດບັງຫຼວງ,ຮັບຟັງການເຄື່ອນໄຫວວຽກງານທ່ອງທ່ຽວຂອງແຂວງປະຈຳປີ 2017 ແລະທິດທາງແຜນການກະກຽມກິດຈະກຳໃຫ້ເເກ່ການເປີດປີທ່ອງທ່ຽວລາວຢູ່ແຂວງໄຊຍະບູລີ ປະຈຳປີ 2018 ແລະວຽກງານອື່ນໆອີກ

ແຫລ່ງຂ່າວຈາກແຂວງໄຊຍະບູລີ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.