ກູ້ໄພ

ບໍລິສັດ MMG ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ສະໜັບສະໜູນເພີ່ມຕື່ມໃຫ້ແກ່ໜ່ວຍກູ້ໄພສະຫວັນນະເຂດ


ບໍລິສັດ MMG ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ (ຫລືບໍ່ຄຳ-ທອງເຊໂປນ ) ໄດ້ມອບອຸປະກອນກູ້ຊີບ-ກູ້ໄພເພີ່ມຕື່ມໃຫ້ແກ່ ມູນນິທິອາສາຊ່ວຍເຫຼືອຜູ້ປະສົບໄພ ແຂວງສະຫວັນນະເຂດ ມູນຄ່າ 51.2 ລ້ານກີບ ເຊິ່ງພິທີມີຂຶ້ນທີ່ຫ້ອງວ່າການປົກຄອງແຂວງສະຫວັນນະເຂດໃນວັນທີ16ມັງກອນນີ້.

ຕ່າງຫນ້າມອບໂດຍ ທ່ານ ສະໝານ ອະເນກາ ຜູ້ອຳນວຍການ ແລະ ຜູ້ຈັດການ ພົວພັນກັບຜູ້ມີສ່ວນຮ່ວມ ຂອງ ບໍລິສັດ MMG ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ  ແລະ ຮັບໂດຍທ່ານ ພັທ ມະນີເພັດ ບຸບຜາລາສີ - ປະທານ ມູນນິທິອາສາຊ່ວຍເຫຼືອຜູ້ປະສົບໄພ ແຂວງສະຫວັນນະເຂດ ເຊຶ່ງໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ຄຳພູນ ຕຸໄພທູນ ຮອງເຈົ້າແຂວງສະຫວັນນະເຂດ ແລະ ບັນດາການນຳຈາກທັງສອງຝ່າຍ.

ອຸປະກອນກູ້ຊີບ-ກູ້ໄພ ປະກອບດ້ວຍປ້ຳຄວາມດັນແຮງສູງ ແລະ ສາຍສົ່ງແຮງໄຮໂດຣິກ, ເຄື່ອງຕັດ, ເຄື່ອງງະ, ກະລິກຍົກຄ້ຳ ແລະ ຊຸດອຸປະກອນຄ້ຳ-ຮອງ ເພື່ອຊ່ວຍເຫຼືອຜູ້ປະສົບອຸປະຕິເຫດທີ່ຕິດຄ້າງຢູ່ໃນລົດ ແລະ ສະຖານທີ່ຄັບແຄບ. ພ້ອມກັນນັ້ນຍັງໄດ້ມອບເຄື່ອງປ້ອງກັນຄວາມປອດໄພສ່ວນບຸກຄົນ ຈຳນວນ 6 ຊຸດ ຊຶ່ງປະກອບດ້ວຍໝວກກັນກະທົບ, ແວ່ນຕາເຊບຕີ້, ເສື້ອກັກສະທ້ອນແສງ, ຖົງມືໜັງ ແລະ ເກີບຫົວເຫຼັກ ໃຫ້ແກ່ມູນນິທິເຊັ່ນດຽວກັນ.
ທ່ານ ສະໝານ ອະເນກາກ່າວວ່າ: ຂ້າພະເຈົ້າມີຄວາມພາກພູມໃຈໃນການຊ່ວຍເຫຼືອດ້ານມະນຸດສະທຳໃນຄັ້ງນີ້. ອຸປະກອນກູ້ຊີບ-ກູ້ໄພ ເຫຼົ່ານີ້ມີຄວາມສຳຄັນຫຼາຍໃນການຊ່ວຍເຫຼືອຊີວິດຂອງຜູ້ເຄາະຮ້າຍທີ່ຕິດຄ້າງຢູ່ໃນລົດທີ່ເກີດອຸປະຕິເຫດ”.

ໃນເດືອນພະຈິກ 2017, ທາງບໍລິສັດກໍ ໄດ້ມອບອຸປະກອນກູ້ຊີບ-ກູ້ໄພ ຈຳນວນໜຶ່ງໃຫ້ແກ່ ມູນນິທິອາສາຊ່ວຍເຫຼືອຜູ້ປະສົບໄພ ແຂວງສະຫວັນນະເຂດ ມູນຄ່າ ຫຼາຍກວ່າ 23ລ້ານ ກີບ ປະກອບມີ ສະເຕເຊີ ຕຽງລົດສຸກເສີນ, ບອດປະລັງກາ, ຖັງອົກຊີແຊນ, ກະເປົາເຄື່ອງປະຖົມພະຍາບານ, ເຄື່ອງດູດສະເລດ ແລະ ໝວກກັນກະທົບ 30 ໜ່ວຍ.
ທ່ານ ສະໝານ ອະເນກາ ກ່າວຕື່ມອີກວ່າ “ທີ່ MMG, ຄວາມປອດໄພແມ່ນຄຸນຄ່າທີ່ສຳຄັນອັນໜຶ່ງ. ໂດຍການເຮັດວຽກຮ່ວມກັນກັບອຳນາດການປົກຄອງແຂວງສະຫວັນນະເຂດ ແລະ ມູນນິທິອາສາກູ້ໄພແຂວງສະຫວັນນະເຂດ, ພວກເຮົາສາມາດຊ່ວຍຮັກສາຊີວິດຂອງຜູ້ຂັບຂີ່ໄດ້ຢ່າງຫຼວງຫຼາຍ”.

ອຸປະຕິເຫດທາງທ້ອງຖະໜົນເປັນໜຶ່ງໃນສາເຫດການເສຍຊີວິດສູງສຸດໃນ ສປປ ລາວ. ສະຖິຕິໄດ້ຊີ້ໃຫ້ເຫັນວ່າ, ໃນປີ 2017, ມີອຸປະຕິເຫດເກີດຂຶ້ນກ່ວາ 5,868 ກໍລະນີ, ບາດເຈັບ 9,640 ຄົນ ແລະ ເສຍຊີວິດ 1,053 ຄົນ. ແຂວງສະຫວັນນະເຂດແມ່ນຈັດຢູ່ໃນອັນດັບ 3 ຮອງຈາກນະຄອນຫຼວງວຽງຈັນ ແລະ ແຂວງຈຳປາສັກ ຊຶ່ງມີອຸປະຕິເຫດທັງໝົດ 662 ກໍລະນີ, ບາດເຈັບ 949 ຄົນ ແລະ ເສຍຊີວິດ 114 ຄົນ.

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.