ກໍ່ສ້າງ

ທ່ານບຸນທອງ ຈິດມະນີ ເນັ້ນ7 ບັນຫາ ໃຫ້ຄະນະສະເພາະກິດ ຕິດຕາມກວດກາ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ


ອົງການກວດກາລັດຖະ ບານ ໄດ້ເປີດກອງປະຊຸມແນະ ນຳແຜນການເຄື່ອນໄຫວຂອງ ຄະນະສະເພາະກິດຕິດຕາມ, ກວດກາການປະຕິບັດສັນຍາ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຢູ່ທີ່ຫ້ອງປະຊຸມໃຫຍ່ ແຂວງຫຼວງພະບາງ ໃນວັນທີ 15 ມັງກອນນີ້ ໂດຍໃຫ້ກຽດ ເປັນປະທານຂອງທ່ານ ບຸນ ທອງ ຈິດມະນີ ຮອງນາຍົກລັດ ຖະມົນຕີ ປະທານອົງການ ກວດກາລັດຖະບານ ຫົວໜ້າ ອົງການຕ້ານການສໍ້ລາດບັງ ຫຼວງຂັ້ນສູນກາງ, ມີທ່ານລັດ ຖະມົນຕີ, ຮອງລັດຖະມົນຕີ, ຮອງປະທານສູນກາງແນວລາວ ສ້າງຊາດ ແລະ ມີບັນດາຮອງເລຂາພັກ ແຂວງ, ຮອງເຈົ້າແຂວງ, ປະ ທານກວດກາແຂວງຈາກແຂວງ ຫຼວງພະບາງ, ຫຼວງນ້ຳທາ, ອຸ ດົມ ໄຊ, ແຂວງວຽງຈັນ ແລະນະ ຄອນຫຼວງວຽງຈັນ, ມີບັນດາຫົວ ໜ້າ ກົມທີ່ກ່ຽວຂ້ອງ ພ້ອມດ້ວຍ ພະນັກງານວິຊາການຈຳນວນ ໜຶ່ງເຂົ້າຮ່ວມທັງໝົດ 42 ທ່ານ, ຍິງ 1 ທ່ານ.

ຈຸດປະສົງແມ່ນ ເພື່ອຈັດຕັ້ງຄະນະສະເພາະ ກິດຕິດຕາມ, ກວດກາການປະ ຕິບັດສັນຍາກໍ່ສ້າງທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ ແລະ ຮັບຟັງການເຜີຍແຜ່ການ ເຄື່ອນໄຫວຂອງຄະນະສະເພາະ ກິດ, ການລາຍງານສະພາບ ຈາກຄະນະຮັບຜິດຊອບຊີ້ນຳ ໂຄງການຈາກບັນດາແຂວງ, ນະຄອນຫຼວງ. ນອກນີ້ ບັນດາ ທ່ານທີ່ເຂົ້າຮ່ວມກອງປະຊຸມ ຍັງໄດ້ພ້ອມກັນປະກອບຄຳ ເຫັນຕໍ່ບັນຫາຕ່າງໆ ເພື່ອຄວາມ ເປັນເອກະພາບໃນການຈັດຕັ້ງ ປະຕິບັດຕົວຈິງ. ໂອກາດນີ້ ທ່ານຮອງນາ ຍົກລັດຖະມົນຕີ ໄດ້ໃຫ້ກຽດ ໂອ້ລົມ ແລະ ຊີ້ນຳຕໍ່ກອງປະ ຊຸມ ໂດຍໄດ້ເນັ້ນໃຫ້ຄະນະ ສະເພາະກິດເອົາໃຈໃສ່ບາງ ບັນຫາດັ່ງນີ້:

 1. ກ່ອນອື່ນໝົດ ຕ້ອງຄົ້ນ ຄວ້າກຳແໜ້ນໜ້າທີ່-ສິດ ແລະ ຄວາມຮັບຜິດຊອບຂອງຕົນທີ່ ກຳນົດໄວ້ໃນຂໍ້ຕົກລົງ 86/ນຍ ແລະ ແຜນດຳເນີນງານຂອງ ຄະນະສະເພາະກິດ, ຄົ້ນຄວ້າ ກຳແໜ້ນບັນດາກົດໝາຍ ແລະ ລະບຽບການຕ່າງໆທີ່ພົວພັນ ເຖິງວຽກງານການລົງທຶນ, ການ ກໍ່ສ້າງຕ່າງໆ, ຄົ້ນຄວ້າກຳ ແໜ້ນບັນດາສັນຍາຮັບເໝົາກໍ່ ສ້າງໂຄງການ, ເອກະສານ ຕ່າງໆທີ່ກ່ຽວຂ້ອງ ເພື່ອເປັນ ບ່ອນອີງ ແລະ ສາມາດດຳເນີນ ການຕິດຕາມ, ກວດກາໄດ້ ງ່າຍ ແລະ ສະດວກ.
2. ຄົ້ນຄວ້າວາງລະບຽບ ສະເພາະຂອງຄະນະສະເພາະ ກິດ ເພື່ອຄຸ້ມຄອງພະນັກງານ ທີ່ເຮັດໜ້າທີ່ຕິດຕາມ, ກວດ ກາໃຫ້ໝົດທຸກຄົນເຄື່ອນໄຫວ ປະຕິບັດໜ້າທີ່ດ້ວຍຄວາມຮັບ ຜິດຊອບສູງ, ມີສະຕິຕໍ່ລະບຽບ ກົດໝາຍ, ມີຄວາມສາມັກຄີ ເປັນເອກະພາບ, ມີລະບຽບວິ ໄນເຂັ້ມງວດ, ນັບຖືການຈັດຕັ້ງ ແລະ ຝຶກຝົນຫຼໍ່ຫຼອມຕົນເອງ ນຳວຽກງານຕົວຈິງ.

3. ຮີບຮ້ອນແຕ່ງຕັ້ງໜ່ວຍ ງານຮັບຜິດຊອບຕິດຕາມ, ກວດກາແຕ່ລະໄລຍະຂອງ ໂຄງການ, ຈັດຕັ້ງຝຶກອົບຮົມ ແນະນຳ ແລະ ແບ່ງງານ, ແບ່ງ ຄວາມຮັບຜິດຊອບດັ່ງຢູ່ໃນຄະ ນະສະເພາະກິດທີ່ນາຍົກແຕ່ງ ຕັ້ງ ແລະ ຢູ່ແຕ່ລະໜ່ວຍງານ ໃຫ້ຈະແຈ້ງ, ພ້ອມທັງມີລະ ບອບແບບແຜນເຮັດວຽກ, ລະ ບອບປະຊຸມ, ລະບອບສະຫຼຸບ ລາຍງານຈະແຈ້ງ, ການເຮັດ ວຽກຕ້ອງເຄົາລົບ ແລະ ຕົກລົງ ບັນຫາເປັນໝູ່ຄະນະ, ປະຕິ ບັດຫຼັກການລວມສູນປະຊາທິ ປະໄຕຢ່າງເຂັ້ມງວດ.
4. ພາຍຫຼັງເຮັດວຽກນຳ ທຸກເປົ້າໝາຍແລ້ວຕ້ອງລົງຕິດ ຕາມ, ກວດກາຢູ່ພາກສະໜາມ ຕົວຈິງ, ປະຕູນຳເຂົ້າວັດສະດຸ, ແຮງງານ ແລະ ອື່ນໆ ເມື່ອພົບ ເຫັນບັນຫາທີ່ບໍ່ຖືກຕ້ອງຕາມ ລະບຽບກົດໝາຍ, ຕາມສັນ ຍາ, ຕາມການຕົກລົງຂອງລັດ ຖະບານ, ແຕະຕ້ອງຮ້າຍແຮງ ເຖິງຮີດຄອງປະເພນີ-ວັດທະ ນະທຳ ຕ້ອງໄດ້ສະເໜີສົມທົບ ກັບທ້ອງຖິ່ນຄົ້ນຄວ້າແລ້ວປຶກ ສາຫາລືນຳຜູ້ຮັບເໝົາ ແລະ ເຈົ້າຂອງໂຄງການແກ້ໄຂ ຫຼື ສະເໜີຂັ້ນເທິງພິຈາລະນາແກ້ ໄຂຢ່າງທັນການ. ເປັນຕົ້ນໃນ ຂອດພາສີ-ອາກອນ, ການນຳ ເຂົ້າພາຫະນະ, ວັດສະດຸກໍ່ ສ້າງ, ນ້ຳມັນ, ແຮງງານ...

5. ໃຫ້ຖືສຳຄັນຕິດຕາມ, ກວດກາການແກ້ໄຂຜົນກະທົບ ຕ່າງໆຕໍ່ສິ່ງແວດລ້ອມທາງທຳ ມະຊາດ ແລະ ສັງຄົມ ຖ້າເຫັນ ມີບັນຫາກໍຕ້ອງສົມທົບກັບທ້ອງ ຖິ່ນຮ່ວມກັນປຶກສານຳເຈົ້າຂອງ ໂຄງການ ແລະ ຜູ້ຮັບເໝົາ ເພື່ອພ້ອມກັນແກ້ໄຂ ຫຼື ສະເໜີ ຂັ້ນເທິງພິຈາລະນາແກ້ໄຂໃຫ້ ຖືກຕ້ອງທັນການ.
 6. ຕ້ອງມີການປະສານ ສົມທົບຢ່າງແໜ້ນແຟ້ນ, ເປັນ ປົກກະຕິກັບຄະນະຮັບຜິດຊອບ ຝ່າຍລາວ ແລະ ຝ່າຍຈີນ, ມີ ການປະສານງານຢ່າງກົມກຽວ ກັບອົງການປົກຄອງທ້ອງຖິ່ນທີ່ ມີເສັ້ນທາງລົດໄຟຜ່ານ, ບໍລິ ສັດຮ່ວມທຶນທາງລົດໄຟລາວ- ຈີນຈຳກັດ, ບໍລິສັດທີ່ປຶກສາ ແລະ ບໍລິສັດຜູ້ຮັບເໝົາຂອງ ຈີນ-ລາວ ແຕ່ລະໄລຍະ ເພື່ອ ປຶກສາຫາລືບັນຫາຕ່າງໆໃນ ການປະຕິບັດແຜນການຕິດ ຕາມ, ກວດກາໃນເມື່ອພົບ ເຫັນບັນຫາຕ່າງໆທີ່ຕ້ອງພິຈາ ລະນາແກ້ໄຂ.
7. ຜ່ານການປະຕິບັດໜ້າ ທີ່ຕິດຕາມ, ກວດກາແຕ່ລະຄັ້ງ ຕ້ອງມີການສະຫຼຸບລາຍງານ ແລະ ຂໍທິດຊີ້ນຳເປັນປົກກະຕິ. ນອກຈາກນີ້ ທ່ານຮອງ ນາຍົກ ຍັງໄດ້ເນັ້ນໃຫ້ບັນດາ ພາກສ່ວນກ່ຽວຂ້ອງຍົກສູງ ຄວາມຮັບຜິດຊອບເຊັ່ນ: ທຸກ ກະຊວງ-ອົງການທີ່ກ່ຽວຂ້ອງ ຕ້ອງເປັນເຈົ້າການຕິດຕາມ, ຊີ້ ນຳຕາມໜ້າທີ່ ແລະ ຄວາມຮັບ ຜິດຊອບຂອງຕົນ.

ສຳລັບກະ ຊວງໂຍທາທິການ ແລະ ຂົນ ສົ່ງ ໄດ້ມີລັດຖະມົນຕີເປັນຫົວ ໜ້າຄະນະຮັບຜິດຊອບຊີ້ນຳ ຕິດຕາມ, ກວດກາພາຍໃນຢ່າງ ໃກ້ຊິດ, ໃນການເປັນເຈົ້າຂອງ ໂຄງການຝ່າຍລາວຕ້ອງໃຫ້ ການຮ່ວມມືກັບຄະນະສະເພາະ ກິດເຮັດແນວໃດ ເພື່ອໃຫ້ຜູ້ ຮັບເໝົາປະຕິບັດຖືກຕ້ອງຕາມ ສັນຍາ ແລະ ໃຫ້ການຮ່ວມມື ໃນການຕິດຕາມ, ກວດກາ, ໃຫ້ສົມທົບກັບແຂວງກ່ຽວຂ້ອງ ຄົ້ນຄວ້າເອົາບໍລິສັດຂອງລາວ ຜູ້ຮັບເໝົາວຽກປິ່ນອ້ອມໂຄງ ການໃຫ້ໄດ້ມາດຖານ ພ້ອມ ທັງສົມທົບກັບຝ່າຍຈີນໃຫ້ເປັນ ເອກະພາບ ແລະ ມີການຄຸ້ມ ຄອງໃຫ້ແທດເຖິງ ຢູ່ຂັ້ນທ້ອງ ຖິ່ນກໍມີຄວາມຮັບຜິດຊອບ ຫຼື ເອີ້ນວ່າຄະນະປະສານງານ ຂັ້ນແຂວງ, ນະຄອນຫຼວງວຽງ ຈັນ, ມີເຈົ້າແຂວງ, ເຈົ້າຄອງ ນະຄອນຫຼວງວຽງຈັນ ເປັນຫົວ ໜ້າຊີ້ນຳກໍຕ້ອງໄດ້ມີການປະ ສານສົມທົບໃຫ້ການຮ່ວມມື ກັບຄະນະສະເພາະກິດເປັນ ປົກກະຕິ ເພື່ອພ້ອມກັນແກ້ໄຂ ບັນຫາຕ່າງໆໃຫ້ຖືກຕ້ອງ ແລະ ທັນການ ເປັນຕົ້ນແມ່ນບັນຫາ ຜົນກະທົບຕ່າງໆທີ່ພົວພັນກັບ ປະຊາຊົນ ແລະ ພະນັກງານ ເຈົ້າໜ້າທີ່.

ແຫລ່ງທີ່ມາຈາກໜັງສືພິມປະຊາຊົນ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.