​ ຂ່າວອຸປະຕິເຫດ

ສົງໄສເມົາໜັກ ຕຳເສົາໄຟເສຍຊີວິດ ສະແດງຄວາມເສຍໃຈນຳ



ໃນວັນທີ 15/01/2018 ເວລາ 22:48 ໂມງ ໄດ້ສູນເສຍກຳລັງແຮງງານຂອງຊາດໄປຄົນໜຶ່ງ ຍ້ອນຂີ່ລົດມາຕຳເອົາເສົາໄຟຟ້າຂ້າງທາງ ເຈັບໜັກ ແລະໄດ້ເສຍຊີວິດໃນເວລາຕໍ່ມາ.




ຕາມລາຍງານຈາກຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປລາວ ຜູ້ໄປໃຫ້ການຊ່ວຍເຫຼືອຕົວຈິງຢູ່ຈຸດເກີດເຫດພົບວ່າ ວ່າມີລົດຈັກຄັນໜຶ່ງມາຕຳຫຼັກເສົາໄຟ ຈຸດເກີດເຫດແມ່ນຢູ່ບ້ານ ໜອງໄຮ ໃນນັ້ນພົບຜູ້ບາດເຈັບ1ຄົນເປັນເພດຊາຍ ອາຍຸ21 ປີ ອາຊີບ ກຳມະກອນ ບ້ານສີບຸນເຮືອງເມືອງ ຈັນທະບູລີ ແຂວງນະຄອນຫລວງ.



ອາການເບື້ອງຕົ້ນຂອງຜູ້ປະສົບເຫດແມ່ນກະທົບຫົວ, ເລືອດອອກປາກ ອອກດັງ(ບໍ່ໄດ້ສະຕິ)ແລ້ວໄດ້ເສຍຊີວິດໃນເວລາຕໍ່ມາ.

(ທ້າຍນີ້ແອັດຢາກຝາກເຖິງນັກຂັບຂີ່ທຸກຄົນໃຫ້ຂັບລົດດ້ວຍຄວາມລະມັດລະວັງ ຫາກຍາມໃດໄປສັງສັນກັບເພື່ອນຝຸງຫາກຮູ້ສຶກວ່າເມົາແລ້ວຢ່າພະຍາຍາມຝືນໂຕເອງຂັບລົດສັນຈອນຕາມທ້ອງຖະໜົນເລີຍ ເພາະວ່າເວລາເມົາເຖິງເຮົາຈະໄດ້ສະຕິແຕ່ບໍ່ສາມາດຮັກສາຄວາມສົມດູນຂອງລົດໃຫ້ໝັ້ນຄົງຄືຕອນບໍ່ເມົາ ທັງນີ້ກໍ່ເພື່ອຫຼີກລ້ຽງອຸປະຕິເຫດທີ່ອາດເກີດຂຶ້ນກັບຕົວທ່ານເອງ)


ຂອບໃຈຂ່າວຈາກ ຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປລາວ

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About see

0 comments:

Post a Comment

Powered by Blogger.