​ ລົ້ມບານ

ບໍ່ເຂົ້າຂ້າງອອກຂາ! ສະຫະພັນບານເຕະແຫ່ງຊາດລາວ ຢືນຢັນຈະສືບຕໍ່ກວາດລ້າງ ແລະ ສະກັດກັ້ນການລົ້ມບານ ບໍ່ວ່າຈະເປັນໃຜກໍ່ຕາມ

 
   ສະຫະພັນບານເຕະແຫ່ງຊາດລາວ ປະກາດຜ່ານເຟສບຸກທາງການ ໃນຕອນແລງຂອງວັນທີ 16 ມັງກອນ 2018 ວ່າ: ສະຫະພັນບານເຕະແຫ່ງຊາດລາວ ໄດ້ຖືກຕັ້ງຄໍາຖາມເປັນຈຳນວນຫລວງຫລາຍຈາກບັນດາສື່ມວນຊົນ, ສໍານັກຂ່າວ, ແຟນບານລາວ ແລະ ປວງຊົນລາວທົ່ວປະເທດ ກ່ຽວກັບການສັ່ງຫ້າມນັກກິລາບານເຕະທີມຊາດລາວ 18 ຄົນ ເຄື່ອນໄຫວກິດຈະກໍາຕ່າງໆກ່ຽວກັບກິລາບານເຕະ ເນື່ອງຈາກມີສ່ວນກ່ຽວຂ້ອງກັບການລ໋ອກສະກໍ.


    ສະຫະພັນບານເຕະແຫ່ງຊາດລາວ ຂໍແຈ້ງໃຫ້ບັນດາທ່ານຊາບວ່າ ສຕລ ໄດ້ຮ່ວມມືກັບເຈົ້າຫນ້າທີ່ທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ ໃນການສະກັດກັ້ນການລ໋ອກສະກໍໃນທຸກລະດັບການແຂ່ງຂັນ ແລະ ບຸກຄົນທີ່ກ່ຽວຂ້ອງຕະຫຼອດມາ. ມາຮອດທ້າຍປີ 2017 ໄດ້ສະເໜີໃຫ້ເຈົ້າໜ້າທີ່ທຳການສືບສວນ-ສອບສວນລະອຽດກ່ຽວກັບນັກກິລາທີມຊາດທັງ 18 ຄົນນີ້.

    ເນື່ອງຈາກວ່າໃນໄລຍະນີ້ ຍັງຢູ່ໃນຂັ້ນຕອນການດຳເນີນຄະດີຂອງເຈົ້າໜ້າທີ່ຢູ່ ສະນັ້ນ ສະຫະພັນບານເຕະແຫ່ງຊາດລາວບໍ່ສາມາດເປີດເຜີຍລາຍລະອຽດໄປໄດ້ຫລາຍກວ່ານີ້

   ສະຫະພັນບານເຕະແຫ່ງຊາດລາວ ຂໍຢືນຢັນຢ່າງໜັກແໜ້ນ ວ່າຈະສືບຕໍ່ຮ່ວມກັບເຈົ້າຫນ້າທີ່ ທີ່ກ່ຽວຂ້ອງໃຊ້ມາດຕະການຢ່າງເດັດຂາດຕໍ່ກັບຜູ້ມີສ່ວນຮ່ວມ, ພົວພັນກັບການລ໋ອກສະກໍກິລາບານເຕະ ຂອງລາວກໍຄືຂອງສາກົນໃຫ້ຖືກປະຕິບັດວິໄນຢ່າງເຂັ້ມງວດ ຕໍ່ກັບບຸກຄົນທີ່ກະທໍາຜິດ ຈະຖຶກປະຕິບັດວິໄນຂັ້ນສູງສຸດ ກໍຄືຫ້າມຫຍຸ້ງກ່ຽວກັບທຸກໆກິດຈະກໍາທີ່ກ່ຽວຂ້ອງກັບກິລາບານເຕະທັງພາຍໃນ ແລະ ຕ່າງປະເທດ.




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.