LU02

ເຂດເສດຖະກິດພິເສດ ສະຫວັນເຊໂນ ຊຸກຍູ້ການປູກຕົ້ນຕານຢູ່ໄຊພູທອງ



ໃນທ້າຍອາທິດຜ່ານມານີ້ ທ່ານ ທອງໃສ ໄຊຍະວົງຄຳດີ ຫົວໜ້າເສດຖະກິດພິເສດສະຫວັນເຊໂນ ພ້ອມດ້ວຍນັກທຸລະກີດ ແລະ ນັກລົງທຶນໄດ້ມາກາບໄຫວ້ສັກກາລະບູຊາພຣະທາດໂຜ່ນ ໃນໄລຍະ ບູລະນະປະຕິສັງຂອນ ລານກຳແພງແກ້ວ ໃຫ້ກຽດຕ້ອນຮັບໂດຍທ່ານ ແສງສະຫວັນ ອານຸສິນ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໆໄຊພູທອງ ພ້ອມດ້ວຍຄະນະນຳຂອງເມືອງເຂົ້າຮ່ວມ.
ໂອກາດດັ່ງກ່າວ  ທ່ານ ທອງໃສ ໄຊຍະວົງຄຳດີ  ຫົວໜ້າເສດຖະກິດພິເສດສະຫວັນເຊໂນ ແມ່ນໄດ້ພານັກທຸລະກິດ ແລະ ນັກລົງທຶນ ເດີນສຳຫຼວດເບິ່ງຄວາມເປັນໄປໄດ້ໃນການລົງທຶນເພື່ອການທ່ອງທ່ຽວ ທີ່ເດີ່ນໃຫມ່ຂອງວັດພຣະທາດໂຜ່ນ.  ພ້ອມນີ້ຍັງໄດ້ປະກອບສ່ວນທຶນຮອນເຂົ້າໃນການ  ເປັນເຈົ້້າສັດທາ ຮາວທູບ-ທຽນ ທີ່ສ້າງຂຶ້ນໃໝ່ຈະນຳມາຕັ້ງໄວ້ໃນລານກຳແພງແກ້ວທີ່ບູລະນະປະຕິສັງຂອນໃໝ່  ເປັນຈຳນວນເງິນ 6 ລ້ານກີບ ທັງເປັນການອະນຸລັກຕົ້ນຕານທີ່ໃຫ້ທັງຄວາມສວຍງາມ ແລະເປັນເອກະລັກຂອງເມືອງໄຊພູທອງສົມກັບຄຳຂັວນຂອງເມືອງຖິ່ນໝາກໂມຫວານ ນ້ຳຕານຫອມ.


 ທ່ານ ທອງໃສ ໄໍຊຍະວົງຄໍາດີ  ຍັງໄດ້ມອບທຶນເພື່ອການອະນຸລັກຕົ້ນຕານ ໃຫ້ແກ່ເມືອງ ຈຳນວນເງິນ 10 ລ້ານກີບ ໃຫ້ກຽດຂຶ້້ນຮັບໂດຍ ທ່ານ ຄຳວິໃສ  ຜຸຍຍະວົງ  ກຳມະການພັກເມືອງ ເຈົ້າໆເມືອງໄຊພູທອງ. ທ່ານ ຄຳວິໃສ ຜຸຍຍະວົງ  ຍັງໄດ້ກ່າວຄຳຂອບໃຈ ພ້ອມດ້ວຍມອບໃບສັນລະເສີນໃຫ້ ທ່ານ ທອງໃສ ໄຊຍະວົງຄຳດີ ຄັ້ງນີ້ ທີ່ເຫັນຄວາມສຳຄັນຂອງວຽກງານອານຸລັກຕົ້ນຕານ ເພື່ອໃຫ້ຄົງຄວາມເປັນເອກະລັກຂອງເມືອງໄຊພູທອງຕໍ່ໄປ .

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.