ກອງທັບ

ພົນໂທ ຈັນສະໝອນ ຈັນຍາລາດ ເນັ້ນລາວ -ຫວຽດນາມ ແລະກຳປູເຈຍ ສ້າງບໍລິເວນຊາຍແດນ ໃຫ້ເປັນຊາຍແດນແຫ່ງມິດຕະພາບ, ສັນຕິພາບ ແລະ ການພັດທະນາ


ໃນຕອນຄໍ່າຂອງວັນທີ 15 ມັງກອນ 2018 ນີ້, ທີ່ໂຮງແຮມ ລາວພລາຊາ, ນະຄອນຫຼວງ ວຽງຈັນ ໄດ້ຈັດກອງປະຊຸມພົບປະ 3 ຝ່າຍ ລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ ສປປ ລາວ - ສສ ຫວຽດນາມ ແລະ ຣາຊະອານາຈັກກຳປູເຈຍ, ໂດຍການເປັນປະທານຮ່ວມຂອງທ່ານ ພົນໂທ ຈັນສະໝອນ ຈັນຍາລາດ, ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ, ທ່ານ ພົນເອກ ໂງຊວນລີກ, ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ ແລະ ສົມເດັດ ປີໄຈເສນາ ເຕຍບັນ, ຮອງນາຍົກລັດຖະມົນຕີ,ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງຣາຊະອານາຈັກກຳປູເຈຍ.

ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ກ່າວຕໍ່ກອງປະ ຊຸມທີ່ມີຄວາມໝາຍສຳຄັນນີ້ວ່າ: ລາວ-
ຫວຽດນາມ ແລະ ກຳປູ ເຈຍ ແມ່ນ 3 ປະເທດທີ່ມີຊາຍແດນຕິດຈອດກັນ ແລະ ເຄີຍຕົກ ຢູ່ໃນຊາ
ຕາກຳອັນດຽວກັນ, ເຄີຍ ມີມູນເຊື້ອສາມັກຄີຊ່ວຍເຫຼືອເຊິ່ງ ກັນ ແລະ ກັນແບບອ້າຍ-ນ້ອງ ມາແຕ່
ດຶກດຳບັນ, ເຄີຍຮ່ວມສຸກ ຮ່ວມທຸກ, ຍ້ອນແນວນັ້ນບໍ່ວ່າຈະ ແມ່ນໄລຍະໃດ, ໃນເງື່ອນໄຂ ໃດໆກໍຕາມ ພວກເຮົາບໍ່ສາມາດ ຕັດແຍກອອກຈາກກັນໄດ້, ດ້ວຍ ເຫດນັ້ນ ພວກເຮົາຕ້ອງພ້ອມກັນ ເພີ່ມພູນ
ຄູນສ້າງສາຍພົວພັນສາ ມັກຄີທີ່ເປັນມູນເຊື້ອຂອງ 3​ ຊາດ,3 ກອງທັບ ລາວ-ຫວຽດນາມ- ກຳປູເຈຍ ນັບມື້ນັບໄດ້ຮັບການ ເສີມຂະຫຍາຍໃຫ້ງອກງາມ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ.

ສຳລັບ ສປປ ລາວ ບໍ່ວ່າໃນ ອະດີດ, ປັດຈຸບັນ, ສະເພາະໜ້າ ແລະ ຍາວນານ ກອງທັບປະຊາ ຊົນລາວ ແລະ ປະຊາຊົນລາວ ບັນດາເຜົ່າ ຈະສືບຕໍ່ຮັດແໜ້ນ ສາຍພົວພັນຮ່ວມມືກັບ 3 ປະ ເທດໃນຖານ
ສະຫາຍອ້າຍນ້ອງ ຢ່າງສະເໝີຕົ້ນສະເໝີປາຍ, ເພີ່ມ ມະວີການຮ່ວມມືຢ່າງແໜ້ນ ແຟ້ນໃນການ
ພັດທະນາຢ່າງ ຮອບດ້ານ, ສ້າງເຂດຊາຍແດນ ຂອງ 3 ປະເທດພວກເຮົາໃຫ້ມີ ສະຖຽນລະພາບ ມີຄວາມສະ ຫງົບປອດໄພ ແລະ ລະບຽບ ຮຽບຮ້ອຍ, ເພື່ອການພັດທະນາ ທີ່ຍືນຍົງ ປະສານຢ່າງແໜ້ນ ແຟ້ນໃນການປົກປັກຮັກສາສິ່ງ ແວດລ້ອມ, ການນຳໃຊ້ຊັບພະ ຍາກອນທຳມະຊາດ ແລະ ຕິດ ຕາມຢ່າງໃກ້ຊິດຕໍ່ກັບອົງການ ໃນໜຶ່ງ, ຂົງເຂດໃນໜຶ່ງ ທີ່ຫວັງ ຈະສ້າງບັນຫາແບ່ງແຍກຄວາມ ສາມັກຄີລະຫວ່າງ 3 ປະເທດ ຂອງພວກເຮົາ.


ຖ້າເກີດກໍລະນີ ຫຼື ບັນຫາໃດ ໜຶ່ງ ກໍຢືດໝັ້ນວິທີແກ້ໄຂບັນຫາ ໂດຍສັນຕິວິທີ ໂດຍການພົບປະ ເຈລະຈາດ້ວຍຄວາມຈິງໃຈ ຮ່ວມກັນ, ສະເໝີພາບ ຕ່າງຝ່າຍ ມີຜົນປະໂຫຍດ, ຫຼີກລ້ຽງການ ໃຊ້ຄວາມຮຸນແຮງຕໍ່ກັນ ແນໃສ່ ເພື່ອສ້າງບໍລິເວນຊາຍແດນ 3 ປະເທດຂອງພວກເຮົາໃຫ້ເປັນ ຊາຍແດນແຫ່ງມິດຕະພາບ, ສັນ ຕິພາບ ແລະ ການພັດທະນາ.
ສຳລັບຊາຍແດນລະຫວ່າງ ລາວ-ກຳປູເຈຍ ກໍຈະພ້ອມກັນ ຊຸກຍູ້ຄະນະກຳມະການປັກຫຼັກ ໝາຍຊາຍແດນ ຮີບຮ້ອນກວດ ກາ ແລະ ພ້ອມກັນປັກຫຼັກໝາຍ ຊາຍແດນຮ່ວມກັນໃຫ້ສຳເລັດ ໂດຍໄວ.

ໃນຕອນທ້າຍ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ, ລັດ ຖະມົນຕີກະຊວງປ້ອງກັນປະ ເທດແຫ່ງ ສປປ ລາວ ໄດ້ກ່າວ ສະໜັບສະໜູນ ແລະ ເຫັນດີໃຫ້ມີ ການພົບປະ 2​ ຝ່າຍ ເປັນປະຈຳ ລະຫວ່າງກຳລັງປ້ອງກັນຊາຍ ແດນ ລາວ-ກຳປູເຈຍ ແລະ 3 ຝ່າຍ ( ລາວ-ຫວຽດນາມ-ກຳ ປູເຈຍ ) ຢູ່ຕາມບໍລິເວນຊາຍ ແດນ ຕ້ອງຜັດປ່ຽນກັນເປັນເຈົ້າ ພາບ ໃນນັ້ນເນັ້ນໃສ່ຂັ້ນແຂວງ ເປັນຈຸດໜັກ ແລະ ກະຊວງ ຖ້າ ຈຳເປັນ.


ແຫລ່ງທີ່ມາຈາກໜັງສືພິມກອງທັບປະຊາຊົນລາວ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.