ຂ່າວຕ່າງປະເທດ

ມີ83 ຄົນເສຍຊີວິດ ແລະ ຮັບບາດເຈັບໃນເຫດບຸກໂຈມຕີຢູ່ສະໜາມບິນ Mitiga


ກະຊວງສາທາລະນະສຸກ ລີບີ ໃຫ້ຮູ້ວ່າ: ຢ່າງໜ້ອຍສຸດມີ 20 ຄົນເສຍຊີວິດ ແລະ  63 ຄົນຖືກຮັບບາດ
ເຈັບ, ໃນນັ້ນ ມີ 3 ຄົນຖືກບາດເຈັບໜັກ, ໃນການປະທະກັນລະຫວ່າງບັນດາກຳລັງປ້ອງກັນ
ຄວາມສະຫງົບ ແລະ ກຸ່່ມປະກອບອາວຸດ ທີ່ບຸກໂຈມຕີສະໜາມບິນສາກົນ Mitiga ໃກ້ກັບນະຄອນຫຼວງ Tripoli ໃນວັນທີ 15 ມັງກອນ.


ສື່ມວນຊົນທ້ອງຖິ່ນໃຫ້ຮູ້ວ່າ: 2 ຝ່າຍໄດ້ຍິງປືນ ແລະ ປືນໃຫຍ່ໃສ່ກັນຢູ່ເຂດໃກ້ກັບສະໜາມບິນ.
ໃນຖະແຫຼງການ, ລັດຖະບານສາມັກຄີຊົນຊາດ (GNA) ໃຫ້ຮູ້ວ່າ: ບັນດາຜູ້ບຸກໂຈມຕີບໍ່ທັນກຳນົດໄດ້ວ່າ
ແມ່ນຂຶ້ນກັບກຸ່ມໃດ ໄດ້ຍິງປືນບຸກໂຈມຕີໃສ່ສະໜາມບິນ Mitiga ເພື່ອຊອກຫາວິທໃຫ້ພວກກໍ່
ການຮ້າຍຂຶ້ນກັບອົງການ ອິດສະລາມ IS, ອົງການກໍ່ການຮ້າຍ al – Qaeda ແລະ ບາງກຸ່ມຫົວຮຸນ
ແຮງອື່ນໆພວມຖືກກັກຂັງທີ່ຄຸກຢູ່ໃນສະໜາມບິນນີ້ພົ້ນໜີໄປ.


 ປະຈຸບັນ, ຜູ້ໂດຍສານທຸກໆຄົນໄດ້ອົບພະຍົບເຖິງບ່ອນປອດໄພແລ້ວ ແລະ ສະໜາມບິນ Mitiga ພວມຢູ່ໃນສະຖານະການຢຸດຕິການເຄື່ອນໄຫວຈົນຮອດເວລາມີແຈ້ງຂ່າວໃໝ່.



ແຫລ່ງທີ່ມາຈາກhttp://vovworld.vn
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.