LU02

ເກີດເຫດລົດໃຫຍ່ຕຳທະຫານທີ່ກຳລັງປະຕິບັດໜ້າທີ່ຢູ່ແຄມທາງ




ເກີດເຫດສົດໆແລງມື້ນີ້(16 ມັງກອນ 2018) ເວລາ 20:55 ນາທີ ທີ່ແຂວງສະຫວັນນະເຂດມີປະຊາຊົນແຈ້ງຫາໜ່ວຍກູ້ໄພວ່າມີອຸປະຕິເຫດລົດໃຫຍ່ຕຳຄົນແຄມທາງ ທີ່ບ້ານນາທາດ ເມືອງອຸທຸມພອນ ແຂວງສະຫວັນນະເຂດ.



ເມື່ອໜ່ວຍກູ້ໄພສະຫວັນນະເຂດເຖິງຈຸດເກິດເຫດພົບຜູ້ບາດເຈັບ1ຄົນມີອາການ ກະທົບແອວ ບາດແຜຖະຫຼອກທີແອວແລະຂາ ສະນັ້ນທາງທີມງານຈື່ງໄດ້ໃຫ້ການປະຖົມພະຍາບານຂັ້ນຕົ້ນ ແລ້ວນຳສົ່ງໂຮງຫມໍແຂວງສະຫວັນນະເຂດເປັນທີ່ຮຽບຮ້ອຍແລ້ວ.


ຕາມຂ່າວຜູ້ປະສົບອຸປະຕິເຫດເປັນທະຫານມາຢືນປະຕິບັດໜ້າທີ່ຢູ່ແຄມທາງ ອາດແມ່ນຢືນຢູ່ບ່ອນມືດ ນຸ່ງຊຸດທະຫານສີຂຽວໃບໄມ້ຈິ່ງເຮັດໃຫ້ຜູ້ຂັບລົດແນມບໍ່ເຫັນ ຈັ່ງໃດກໍ່ຂໍໃຫ້ຫາຍໄວໆເດີ!!!!



ຂ່າວຈາກໜ່ວຍກູ້ໄພສະຫວັນນະເຂດ

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.