LU02

ທ່ານບຸນທອງ ຈິດມະນີ ຢ້ຽມຢາມກອງພົນທີ4 ທີ່ສະຫວັນນະເຂດ



ໃນວັນທີ 16 ມັງກອນ 2018 ນີ້, ທ່ານ ບຸນທອງ ຈິດມະ ນີ ກຳມະການກົມການເມືອງສູນກາງພັກ ປະທານຄະນະກວດກາ ສູນກາງພັກ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມຄະ ນະໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມຕໍ່ພະນັກງານຫຼັກແຫຼ່ງຢູ່ກອງພົນທີ 4 ໂດຍການ ຕ້ອນຮັບຢ່າງອົບອຸ່ນຂອງພັນ ເອກ ຄຳໄຂ ວິໄລເຄືອ ເລຂາຄະ
ນະພັກ ຫົວໜ້າການເມືອງກອງ ພົນທີ 4 ພ້ອມຄະນະ, ມີເຈົ້າ ແຂວງໆສະຫວັນນະເຂດ, ບັນ ດາເຈົ້າເມືອງ, ແຂກຖືກເຊີນຕະ ຫຼອດຮອດພະນັກງານຫຼັກແຫຼ່ງທົ່ວກອງພົນທີ 4 ເຂົ້າຮ່ວມເປັນ ຈຳນວນຫຼວງຫຼາຍ.

    ໃນໂອກາດດັ່ງກ່າວນີ້ ພັນ ເອກ ຄຳໄຂ ວິໄລເຄືອ ກໍໄດ້ລາຍ ງານຫຍໍ້ກ່ຽວກັບຈຸດພິເສດ, ທີ່ຕັ້ງ, ພາລະບົດບາດ, ໜ້າທີ່ການ  ເມືອງ ແລະ ໝາກຜົນຂອງການ ປັບປຸງກໍ່ສ້າງກົມກອງໂດຍປີ່ນອ້ອມ 4 ຫນ້າທີ່ໃຫຍ່ 26 ແຜນ ງານຂອງກະຊວງປ້ອງກັນປະເທດວາງອອກໃຫ້ທ່ານຮອງນາ ຍົກລັດຖະມົນຕີໄດ້ຮັບຊາບ.
    ໂອກາດນີ້ທ່ານ ບຸນທອງ ຈິດມະນີ ກໍໄດ້ໃຫ້ກຽດໂອ້ລົມ ເຊິ່ງ ທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳ ເລັດທີ່ກົມກອງຍາດມາໄດ້ຫຼາຍ ດ້ານໃນໄລຍະຜ່ານມາພ້ອມທັງ ໄດ້ເນັ້ນຫນັກໃຫ້ຄະນະພັກ-ຄະ ນະບັນຊາຕະຫຼອດຮອດພະນັກ ງານທຸກຂັ້ນຈົ່ງພ້ອມກັນສືບຕໍ່ ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງ ກອງທັບປະຊາຊົນລາວ ເວົ້າ ລວມ, ເວົ້າສະເພາະກໍແມ່ນມູນເຊື້ອກໍຄືບົດຮຽນທີ່ດີຂອງກົມກອງ, ຕ້ອງຕັ້ງໜ້າປັບປຸງກໍ່ສ້າງກຳລັງໃນທຸກດ້ານໃຫ້ໜັກແໜ້ນ ເຂັ້ມແຂງ, ເອົາໃຈໃສ່ສືບຕໍ່ການ ປັບປຸງລະບອບຄຸ້ມຄອງ-ບັນຊາ, ປັບປຸງກຳລັງ ໂດຍຖືເອົາຄຸນນະ  ພາບເປັນຕົ້ນຕໍ, ໃນນັ້ນໃຫ້ຖືເອົາຄຸນນະພາບທາງດ້ານການ ເມືອງ-ແນວຄິດເປັນກົກ, ເອົາ ຄວາມສາມາດດ້ານວິຊາສະ ເພາະ, ມີຫົວຄິດປະດິດສ້າງ ແລະ ການຈັດຕັ້ງບັນຊາເປັນສິ່ງ ຄໍ້າປະກັນໃຫ້ແກ່ການປະຕິບັດ ໜ້າທີ່ການເມືອງຂອງກົມກອງ; ຕ້ອງມີແຜນການ, ປະຕິບັດລະບອບຫັດແອບ, ປັບປຸງລະບົບ  ອົບຮົມສິດສອນ, ຄົ້ນຄວ້າຫຼັກສູດ ບຳລຸງ-ກໍ່ສ້າງໃນເງື່ອນໄຂໃໝ່  ເພື່ອຍົກສູງຄວາມສາມາດທາງ ດ້ານສິລະປະຍຸດ-ຍຸດທະວິທີ,  ວິຊາສະເພາະໃຫ້ສູງຂຶ້ນທັງປັບປຸງສະຕິການຈັດຕັ້ງລະບຽບວິໄນໃຫ້ເຂັ້ມງວດ.



ຕ້ອງເພີ່ມທະວີ ການກວດກາລາດຕະເວນຕາມຊາຍແດນໃຫ້ເປັນປົກກະຕິ ແລະ  ຮ່ວມກັບທ້ອງຖິ່ນແກ້ໄຂຄວາມ ບໍ່ສະຫງົບຢູ່ຕາມຊາຍແດນຂອບ ເຂດຮັບຜິດຊອບ ເປັນຕົ້ນບັນຫາ ໄມ້, ການຄ້າຂາຍເຖື່ອນ ແລະ ອື່ນໆ. ສຸມໃສ່ຄົ້ນຄວ້າຕອບຕ້ານ ກົນອຸບາຍການຫັນປ່ຽນໂດຍສັນ ຕິຂອງບັນດາອິດທິກຳລັງປໍລະ ປັກ, ປັບປຸງພາຍໃນໃຫ້ໜັກ ແໜ້ນ, ວຽກງານປ້ອງກັນພັກ, ປ້ອງກັນພະນັກງານຍັງແມ່ນ ວຽກງານສຳຄັນຕົ້ນຕໍປິ່ນອ້ອມ ໜ້າທີ່ການເມືອງຂອງກົມກອງ;  ເອົາໃຈໃສ່ປັບປຸງກໍ່ສ້າງຮາກ ຖານພັກຢູ່ກົມກອງ ຕ້ອງໃຫ້ປອດ ໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຕິດພັນກັບການປັບປຸງກົມ-ກອງ ໃຫ້ເຂັ້ມແຂງ, ເດັດຂາດບໍ່ໃຫ້ສັດ ຕູແຊກຊ້ອນເຂົ້າພາຍໃນຢຶດໝັ້ນ ຕາມທັດສະນະຂອງພັກ ເບິ່ງບັນ ຫາຢ່າງເລິກເຊິ່ງ, ພາວະວິໄສ, ເພີ່ມທະວີຄວາມຮັບຜິດຊອບການເມືອງ, ຕັດສິນໃຈແກ້ໄຂບັນ ຫາຢ່າງມີສະຕິຖືກຕ້ອງ ແລະ ທັນການ.

    ໃນໂອກາດມາຢ້ຽມຢາມນີ້  ທ່ານຮອງນາຍົກລັດຖະມົນຕີກໍ ໄດ້ນຳເອົາອຸປະກອນເຄື່ອງໃຊ້ ຫ້ອງການ ແລະ ເຄື່ອງກີລາມາ ມອບໃຫ້ກອງພົນທີ 4 ພ້ອມດຽວ ກັນນີ້ ທ່ານ ສັນຕິພາບ ພົມວິຫານ  ກຳມະການສູນກາງພັກ ເຈົ້າ ແຂວງໆສະຫວັນນະເຂດກໍໄດ້ ນຳເອົາເງິນຈຳນວນ 210.000.000. ກີບ ມາມອບ ໃຫ້ກອງພົນທີ 4 ແລະ ບັນດາ ກົມກອງຂຶ້ນກັບ ເພື່ອໄປນຳໃຊ້ ເຂົ້າໃນການປັບປຸງກົມກອງ ຂອງຕົນ.
       ໂອກາດລົງຢ້ຽມຢາມກອງພົນ ທີ 4 ຂອງທ່ານຮອງນາຍົກລັດ ຖະມົນຕີຄັ້ງນີ້ຍັງໄດ້ເຄື່ອນໄຫວ ຢ້ຽມຢາມກອງພັນ 617, 619 ແລະ ກອງພັນທີີີ 7 ທີ່ຂຶ້ນກັບກອງ ພົນທີ 4 ຕື່ມອີກ.

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About see

0 comments:

Post a Comment

Powered by Blogger.