LU02

ອັບເດດໃໝ່ລົດເມສາຍສະໜາມບິນຕະຫຼາດເຊົ້າຈະເລີ່ມມື້ອື່ນນີ້ແລ້ວ





ລົດເມນະຄອນຫຼວງວຽງຈັນ ພ້ອມແລ້ວທີ່ຈະເປີດໃຫ້ບໍລິການ "ສາຍສະໜາມບິນ-ໃຈກາງເມືອງ ແລະ ຄິວລົດເມຕະຫຼາດເຊົ້າ" ຖ້ຽວປະຖົມມະເລິກໃນວັນທີ 18 ມັງກອນ 2018 ນີ້ແລ້ວ.​



ຕາມແຫຼ່ງຂໍ້ມູນຈາກລັດວິສາຫະກິດລົດເມນະຄອນຫຼວງລົດເມສາຍນີ້ຈະແລ່ນຜ່ານບັນດາໂຮງແຮມໃຫຍ່ໆໃນຕົວເມືອງນະຄອນຫຼວງວຽງຈັນທັງໝົດ 16 ຈຸດ ຊຶ່ງຈະເລີ່ມອອກຈາກຄີວລົດເມຕະຫຼາດເຊົ້າໃນເວລາ 8:00 ເຊົ້າ ແລ່ນຈົນຮອດ 22:00 ໃນທຸກໆວັນ ດ້ວຍລາຄາ 15.000 ກີບຕໍ່ຄົນ.


ແນວໃດກໍ່ຕາມພາຍຫຼັງໄດ້ຂ່າວຈະເປີດບໍລິການລົດເມສາຍນີ້ເຮັດໃຫ້ຄົນຈຳນວນຫຼາຍສະໜັບສະໜູນເຕັມທີ່ ທີ່ປະຊາຊົນຜູ້ບໍ່ມີລົດເປັນຂອງຕົນເອງໄດ້ມີທາງເລືອກໃໝ່ ໄດ້ໃຊ້ບໍລິການລົດສາທາລະນະທີ່ລາຄາຖືກລົງເມື່ອທຽບໃສ່ລົດຕຸກໆຈຳໂບ້ ຫຼື ລົດແທັກຊີທີ່ມີຢູ່ໃນປະຈຸບັນ ແຕ່ໃນທາງກັບກັນຄ່າໂດຍສານທີ່ຕ້ອງຈ່າຍສູງເຖິງ 15.000 ກີບຕໍ່ຄົນເຮັດໃຫ້ຫຼາຍຄົນຕ່າງກໍ່ຜິດຫວັງໄປຕາມໆກັນ ບອກວ່າແພງເກີນໄປ ສຳລັບໄລຍະທາງຈາກຕະຫຼາດເຊົ້າຫາສະໜາມບິນທີ່ບໍ່ໄກພໍເທົ່າໃດ ແລະຢາກໃຫ້ມີການພິຈາລະນາປັບປຸງລາຄາໃໝ່ຖ້າເປັນໄປໄດ້.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ





About see

0 comments:

Post a Comment

Powered by Blogger.