ດອນເດດ

ດອນເດດ ມະຫານະທີສີພັນດອນ ສີສັນຄວາມງົດງາມຂອງທຳມະຊາດສາຍນໍ້າຂອງ



ກ່ອນອື່ນກໍຕ້ອງຂໍຂອບໃຈເຈົ້າຂອງພາບຊຸດນີ້ ເຊິ່ງມີຊື່ທາງເຟສບຸກວ່າ Sonesaksith Houngvilay ທີ່ໄດ້ເຜີຍແຜ່ຮູບຊຸດນີ້ໃນມື້ວານ. ລາວອັບເດດຈິ່ງຂໍນຳເອົາພາບຊຸດນີ້ມາຂະຫຍາຍຄວາມເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້ ແລະ ເຫັນຄວາມງົດງາມ ແລະ ມະຫັດສະຈັນຂອງທຳມະຊາດດິນຕອນໃຕ້ຂອງລາວ ໃຫ້ກວ້າງຂຶ້ນຕື່ມ.
ຫລາຍຄົນອາດໄດ້ໄປດອນເດດ ດອນຄອນມາແລ້ວ ແຕ່ສວນໃຫຍ່ເຮົາຈະເຫັນຮູບໃນມູມສາຍຕາຂອງເຮົາແຕ່ຮູບຊຸດນີ້ເປັນຮູບຈາກມູມສູງທີ່ເຮັດໃຫ້ເຫັນຄວາມງົດງາມແລະຍິ່ງໃຫຍ່ຂອງທຳມະຊາດຫຼາຍຂຶ້ນ.



 ດອນຄອນ-ດອນເດດ ເມືອງໂຂງ ແຂວງຈຳປາສັກ ເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມ, ໂດຍສະເພາະໃນກຸ່ມນັກທ່ອງທ່ຽວໄວໜຸ່ມຕ່າງປະເທດ.

     ດອນເດດຢູ່ທາງເໜືອດອນຄອນຢູ່ທາງໃຕ້ທັງສອງດອນເຕັມໄປດ້ວຍກິ່ນອາຍຂອງບ້ານເຮືອນເກົ່າສະໄໝອານານິຄົມຝຣັ່ງ, ມີຫາດຊາຍຫຼາຍແຫ່ງ, ເຮືອນພັກບັງກະໂລໄມ້ໄຜ່ລາຄາປະຫຍັດແບບທຳມະຊາດ, ມີສະຖານທີ່ ທ່ອງທ່ຽວທີ່ໜ້າສົນໃຈເຊັ່ນ: ທາງລົດໄຟເກົ່າ, ຊາກຫົວລົດໄຟ, ຂົວທີ່ສ້າງໃນສະໄໝຝຣັ່ງນ້ຳຕົກນ້ອຍ-ໃຫຍ່ທີ່ມີເປັນຈຳນວນຫຼາຍ,ມີສິ່ງອຳນວຍຄວາມສະດວກກະຈາຍຢູ່ທົ່ວທັງດອນຖືເປັນສະຫວັນຂອງນັກທ່ອງທ່ຽວທີ່ຕ້ອງການມາພັກຜ່ອນກັບທຳມະຊາດຢ່າງປະຕິເສດບໍ່ໄດ້.

   

ການເດີນທາງ: ກ່ອນອື່ນທ່ານຕ້ອງໄປຮອດປາກເຊໂດຍທາງລົດ ຫຼື ທາງອາກາດກໍແລ້ວແຕ່ຕໍ່ມາໄປຫາຂີ່ລົດສອງແຖວບໍລິເວນຕະຫຼາດດາວເຮືອງມີລົດໄປນາກະສັງລາຄາປະມານ 3 ສິບພັນກີບຕໍ່ຄົນ (ແຕ່ໄປດອນໂຂງ 4 ສິບພັນກີບຕໍ່ຄົນ) ໄປຮອດນາກະສັງຕ້ອງໄດ້ຂີ່ເຮືອໄປດອນເດດ-ດອນຄອນຄ່າເຮືອປະມານ 10 ພັນກີບຕໍ່ຄົນ, ໃນດອນເດດ-ດອນຄອນມີຫ້ອງພັກລາຄາແຕ່ 3 ສິບພັນກີບຈົນຮອດໂຮງແຮມລາຄາ 2-3 ແສນກີບຕໍ່ຄືນຕໍ່ຄົນ.






ຮູບໂດຍ: Sonesaksith Houngvilay
ຮຽບຮຽງບົດໂດຍ: ລາວອັບເດດ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.