LU03

ແມນຢູ ຈົກກະເປົ໋າຫຼາຍກວ່າ 60 ລ້ານປອນດຶງ ຊານເຊຊ ຮ່ວມທີມ


   ຕາມການລາຍງານຂອງສື່ຕ່າງປະເທດ ເມື່ອວັນທີ 18 ມັງກອນ 2018 ວ່າ: ແມນເຊັສເຕີ ຢູໄນເຕັດ ທີມໃນພຣີເມຍລີກ ອັງກິດ ບັນລຸຂໍຕົກລົງສ່ວນຕົວກັບ ອະເລັກຊິສ ຊານເຊຊ ກອງໜ້າຂອງ ອາເຊນອລ ເປັນທີ່ຮຽບຮ້ອຍແລ້ວ ດ້ວຍສັນຍາ 4 ປີ ພ້ອມຮັບຄ່າເມື່ອຍປີລະປະມານ 14 ລ້ານປອນ.

   ເຊິ່ງການລົງທຶນຄັ້ງນີ້ ແມນເຊັສເຕີ ຢູໄນເຕັດ ຕ້ອງຈົກກະເປົ໋າສູງກວ່າ 60 ລ້ານປອນແບ່ງເປັນຄ່າຕົວ 30 ລ້ານປອນ, ຄ່າຜູ້ຈັດການຫຼາຍກວ່າ 10 ລ້ານປອນ ແລະ ໂບນັດເຊັນສັນຍາ 20 ລ້ານປອນ.

   ຂະນະທີ່ ເຮນຣິກ ມະຄິຕາຢານ ກອງໜ້າທີມຊາດອາເມເນຍ ຂອງແມນເຊັສເຕີ ຢູໄນເຕັດ ຈະເປັນສ່ວນໜຶ່ງ ໃນສັນຍາຊື້-ຂາຍຄັ້ງນີ້ ດ້ວຍການຍ້າຍໄປຫຼິ້ນໃຫ້ກັບ ອາເຊນອລ ຫຼັງຈາກທີ່ ມາຄິຕາຢານ ຕົກເປັນຕົວສໍາຮອງໃນທີມແມນເຊັສເຕີ ຢູໄນເຕັດ ເປັນສ່ວນໃຫຍ່ໃນລະດູການນີ້.





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.