LU02

ເລືອກໄປທາງອາກາດຫຼາຍ ສົ່ງສັນຍານຍອດຂາຍແອບັສທົ່ວໂລກເພີ່ມຂຶ້ນ



ແຫຼ່ງຂ່າວຈາກຕ່າງປະເທດເປີດເຜີຍຍອດຂາຍແອບັສປີ 2017 ມີຕົວເລກເພີ່ມຂຶ້ນຕິດຕໍ່ກັນເປັນປີີທີ 15, ລວມມີຍອດສົ່ງມອບເຄື່ອງບິນ 718 ລຳ ໃຫ້ກັບລູກຄ້າ 85 ລາຍ ຖືເປັນສະຖິຕິໃໝ່ຂອງບໍລິສັດ, ສະເພາະຕົວເລກສົ່ງມອບເຮືອບິນປີ 2017 ເພີ່ມສູງຂຶ້ນ 4% ເມື່ອທຽບໃສ່ປີ 2016 ທີ່ມີ 688 ລຳ.



ໃນນັ້ນເຮືອບິນທີ່ໄດ້ຂາຍອອກປີ 2017 ສ່ວນໃຫຍ່ເປັນຍົນໂດຍສານມີ 588 ລຳ ໂດຍມີແອບັສນີໂອ 181 ລຳເພີ່ມຂຶ້ນ 166 ລຳຫາກທຽບກັບປີ 2016 ຊຶ່ງນັ້ນເປັນຈຳນວນທີ່ໄດ້ສົ່ງ-ມອບເປັນທີ່ຮຽບຮ້ອຍແລ້ວ ນອກຈາກນີ້ຍັງມີຍອດສັ່ງຈອງສຸດທິ 1.109 ລາຍການຈາກລູກຄ້າ 44 ລາຍ ແລະຍັງມີເຄື່ອງບິນທີ່ລໍຖ້າການສົ່ງມອບໃນຊ່ວງປາຍປີ 2017ຂອງແອບັສສູງເຖິງ 7.265 ລຳ ມີມູນຄ່າ 1.095 ພັນລ້ານໂດລາສະຫະລັດ.



ທ່ານຟາບິສ ເບນຈິເຢ່ ປະທານ ແລະປະເທານບໍລິຫານຝ່າຍເຄື່ອງບິນການຄ້າກ່າວວ່າການເຕີບໂຕຂອງທຸລະກິດທີ່ເພີ່ມຂຶ້ນຕໍ່ເນື່ອງນັ້ນສະແດງໃຫ້ເຫັນເຖິງຄວາມທຸ່ມເທຂອງທີມງານທັງໝົດ, ບໍລິສັດພູມໃຈທີ່ເຄື່ອງບິນແອບັສມີຍອດສົ່ງມອບເພີ່ມຂຶ້ນຕໍ່ເນື່ອງມາຕະຫຼອດ 15 ປີນັບແຕ່ເປີດໂຮງງານປະກອບເຄື່ອງບິນຕະກຸນແອບັສເປັນຕົ້ນມາ. ຊຶ່ງນັ້ນບໍ່ພຽງເປັນການເພີ່ມຂຶ້ນທາງດ້ານຍອດຂາຍເທົ່ານັ້ນແຕ່ຍັງເຮັດໃຫ້ບໍລິສັດມີຄວາມເຂັ້ມແຂງຂຶ້ນອີກດ້ວຍ.




ເວົ້າລວມແລ້ວແອບັສສາມາດບັນລຸໄດ້ຕາມເປົ້າໝາຍທີ່ວາງໄວ້ ບໍລິສັດຈິ່ງຕັ້ງເປົ້າວ່າຮອດປີ 2020 ຈະເພີ່ມຍອດການຜະລິດເຄື່ອງບິນທາງເດີນດ່ຽວໃຫ້ໄດ້ໃນອັດຕາ 60 ລຳຕໍ່ເດືອນ, ສຳລັບການຜະລິດແອບັສ A320 XWB ຈະໃຫ້ຢູ່ໃນອັດຕາ 10 ລຳຕໍ່ເດືອນພາຍໃນທ້າຍປີ 2019.

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ





About see

0 comments:

Post a Comment

Powered by Blogger.