ສຸຂະພາບ

ທາດເຫຼັກມີຄວາມສຳຄັນຕໍ່ຮ່າງກາຍກວ່າທີ່ຄິດ ໂດຍສະເພາະແມ່ຍິງຖືພາ ແລະ ແມ່ທີ່ກຳລັງໃຫ້ນົມລູກ


ເຫດຜົນທີ່ທາດເຫຼັກມີຄວາມສຳຄັນສຳລັບຜູ້ຍິງ ເພາະເພດຍິງມີໂອກາດສູນເສຍທາດເຫຼັກໃນຮ່າງກາຍຫຼາຍກວ່າເພດຊາຍ. ເນື່ອງຈາກການມີປະຈຳເດືອນແຕ່ລະເດືອນໂດຍເສຍເລືອດສ່ວນນີ້ອອກໄປປະມານ 50 ມິນລິລິດ ຫຼື ເທົ່າກັບການສູນເສຍທາດເຫຼັກປະມານ 15-30 ມິນລິລິດ ຕໍ່ ເດືອນ ແລະ ອາດຈະມີທ່າອ່ຽງສູນເສຍທາດເຫຼັກຫຼາຍຂຶ້ນຖ້າບໍ່ກິນຊີ້ນສັດ. ເປັນຕົ້ນແມ່ນໃນແມ່ຖືພາ ແລະ ແມ່ທີ່ກຳລັງໃຫ້ນົມລູກ ເພາະຮ່າງກາຍຈະຕ້ອງການທາດເຫຼັກເພີ່ມຂຶ້ນເພື່ອສ້າງເມັດເລືອດແດງ.

ອາຫານທີ່ມີທາດເຫຼັກເປັນຈຳນວນຫຼາຍໄດ້ແກ່:
+ຊີ້ນສັດຕ່າງໆໂດຍສະເພາະຊີ້ນແດງ, ເລືອດ, ຕັບ, ເຄື່ອງໃນສັດ, ທັນຍາພືດຕ່າງໆເປັນຕົ້ນແມ່ນເຂົ້າໂອ໊ດ, ແປ້ງ, ໄຂ່ແດງ, ອາຫານທະເລ, ປາ, ເປັດ, ໄກ່, ແກ່ນໝາກຖົ່ວແຫ້ງຕ່າງໆ ແລະ ຜັກໃບຂຽວໄດ້ແກ່: ຜັກກາດນາ, ຜັກຕຳນິນ, ຜັກຮົມ, ຜັກບົ້ງ, ບ໋ອກໂຄຣີ, ໜໍ່ໄປຝຣັ່ງເປັນຕົ້ນ.

ອາຫານບາງປະເພດອາດຈະຂັດຂວາງການດູດຊຶມທາດເຫຼັກຂອງຮ່າງກາຍໄດ້ ເຊິ່ງຈະໄດ້ແກ່ອາຫານປະເພດຜະລິດຕະພັນນົມ, ຖົ່ວເຫຼືອງ, ເຂົ້າທີ່ບໍ່ໄດ້ຮັບການຂັດສີ, ຊາ ແລະ ກາເຟ. ຖ້າຕ້ອງການທາດເຫຼັກກໍ່ຄວນຫຼີກລ້ຽງອາຫານປະເພດເຫຼົ່ານີ້ໄວ້ນຳ.

ສ່ວນອາຫານທີ່ຈະຊ່ວຍເສີມການດູດຊຶມຂອງທາດເຫຼັກກໍ່ຈະເປັນອາຫານທີ່ອຸດົມໄປດ້ວຍວິຕາມິນ C ເຊັ່ນ: ໝາກກ້ຽງ, ໝາກສີດາ, ໝາກຫຸ່ງ, ສະຕໍເບີຣີ, ໝາກກ້ຽງໃຫຍ່ ແລະ ກີວີ. ເຊິ່ງຄວນກິນອາຫານເຫຼົ່ານີ້ລະຫວ່າງກິນອາຫານທີ່ມີທາດເຫຼັກສູງ ເພື່ອຊ່ວຍໃຫ້ຮ່າງກາຍດູດຊຶມທາດເຫຼັກເຂົ້າໄປສະດວກຍິ່ງຂຶ້ນ.

+ທາດເຫຼັກທີ່ຮ່າງກາຍຕ້ອງການຄື:
ສຳລັບເພດຍິງອາຍຸ 15-50 ປີ ຄວນກິນທາດເຫຼັກປະມານ 15 ມິນລິລິດ ຕໍ່ ມື້ ແຕ່ຖ້າມີອາຍຸ 50 ປີຂຶ້ນໄປແມ່ນໄດ້ຮັບທາດເຫຼັກ 10 ມິນລິລິດ ຕໍ່ມື້ ກໍ່ພຽງພໍແລ້ວ.

ຢ່າງໃດກໍ່ຕາມເພື່ອຄວາມປອດໄພຂອງສຸຂະພາບຄວນໄປກວດກາປະລິມານທາດເຫຼັກໃນຮ່າງກາຍໃຫ້ແນ່ນອນ ເພາະຖ້າບໍ່ແມ່ນຜູ້ທີ່ມີພາວະຂາດທາດເຫຼັກການໄດ້ຮັບທາດເຫຼັກເຂົ້າໄປເພີ່ມອີກອາດເຮັດໃຫ້ຮ່າງກາຍກຳຈັດທາດເຫຼັກອອກໄປບໍ່ໝົດ ແລະ ສົ່ງຜົນເສຍຕໍ່ການເຮັດວຽກຂອງຕັບໄດ້.

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About Laos Postcard - Noy

0 comments:

Post a Comment

Powered by Blogger.