LU03

ພຸດທະໄຊ ນັກເຕະລາວຄົນທໍາອິດຍ້າຍຮ່ວມ ນະຄອນປະຖົມ ຢູໄນເຕັດ ໃນໄທລີກ 4


   ອີງຕາມ ເຟສບຸກທາງການ ສະໂມສອນ ນະຄອນປະຖົມ ຢູໄນເຕັດ ທີມຈາກ ໄທລີກ 4 ໂຊນພາກ ຕາເວັນຕົກ ປະເທດໄທ ເມື່ອຕອນແລງວັນທີ 17 ມັງກອນ ທີ່ຜ່ານມາວ່າ: ໄດ້ເປີດໂຕນັກກິລາ ສະໂມສອນ ນະຄອນປະຖົມ ຢູໄນເຕັດ Nakhonpathom United, ເຊິ່ງມີນັກເຕະລາວຢ່າງ ພຸດທະໄຊ ໂຄຈະເລີນ ກອງກາງທີມຊາດລາວ ຊຸດໃຫຍ່ ເຂົ້າຮ່ວມທີມ ດ້ວຍສັນຍາ 1 ປີ.

   ໂດຍລາວຈະຮ່ວມທີມ ລຸຍການແຂ່ງຂັນໄທລີກ 4 ໂຊນ ພາກຕາເວັນຕົກ ໃນລະດູການ 2018 ພ້ອມທັງເປັນນັກເຕະຄົນລາວ ຄົນທຳອິດທີ່ໄດ້ລົງຫລິ້ນໃຫ້ກັບ ສະໂມສອນ ນະຄອນປະຖົມ ຢູໄນເຕັດ ແລະ ເປັນໂຄຕ້າອາຊຽນຂອງ ສະໂມສອນ ທີ່ຈະສົ່ງຊື່ເຂົ້າຮ່ວມ ໄທລີກ 4 ລະດູການ 2018.

   ປັດຈຸບັນ, ພຸດທະໄຊ ໂຄຈະເລີນ ອາຍຸ 22 ປີ ເກີດໃນວັນທີ 29 ທັນວາ 1995 ທີ່ບ້ານສຸນັນທາ ເມືອງ ໄກສອນ ພົມວິຫານ ແຂວງ ສະຫວັນນະເຂດ ເຄີຍຫລິ້ນໃຫ້ ທີມຊາດລາວ ມາຫລາຍ ຊຸດ ນັບຕັ້ງແຕ່ ຊຸດເຍົາວະຊົນ ຈົນເຖິງ ຊຸດໃຫຍ່.

   ໂດຍ ພຸດທະໄຊ ກ້າວເປັນນັກເຕະອາຊີບເຊິ່ງເປັນນັກເຕະເຍົາວະຊົນ ທີ່ມາຈາກ ສະໂມສອນ ເອສະຣາ ຫລິ້ນໃຫ້ກັບ ສະໂມສອນ ນັບຕັ້ງແຕ່ປີ 2007 ຈົນເຖິງປີ 2014.
- ປີ 2015 ຫລິ້ນໃຫ້ກັບ ສະໂມສອນ ຮ່ວາງແອ໋ງອັດຕະປື ເອຟຊີ
- ປີ 2016 ຫລິ້ນໃຫ້ກັບ ສະໂມສອນ ລ້ານຊ້າງ ຢູໄນເຕັດ ພ້ອມພາທີມຄວ້າມແຊ້ມ ລາວພຣີເມຍລີກ ແລະ ຮອງແຊ້ມ TOYOTA MEKONG CLUB CHAMPIONSHIP 2017
- ປີ 2017 ຫລິ້ນໃຫ້ກັບ ສະໂມສອນ ທິບ ສະຫວັນ ເອຟຊີ

   ທັງນີ້, ພຸດທະໄຊ ເປັນນັກເຕະລາວຄົນທີ 13 ທີ່ຫລິ້ນໃນລີກອາຊີບທີ່ປະເທດໄທ ເຊິ່ງມີນັກເຕະລາວ ທີ່ເຄີຍຫລິ້ນໃນລີກອາຊີບກ່ອນຫນ້ານັ້ນມີ : ລຳເນົາ ສິງໂຕ, ກັນລະຍາ ສີສົມຫວັງ, ຄຳແພງ ໄຊຍະວຸດທິ, ສຸກອາພອນ ວົງຈຽງຄຳ, ເກດສະດາ ສຸກສະຫວັນ, ແລມໂບ້ ໄຊຊະນະ, ໂສພາ ໄຊຊະນະ, ມະໂນລົມ ພົມສຸວັນ, ທານິນ ພັນທະວົງ, ພັດທະນາ ພົມມະເທບ, ທົດນີລາດ ສີບຸນເຮືອງ ແລະ ຈັນທະພອນ ແຫວນວົງສົດ.

   ມາຮອດປັດຈຸບັນ ໃນປີ 2018 ມີນັກເຕະລາວ ທີ່ໄດ້ເຊັນສັນຍາເປັນທາງການຮ່ວມສະໂມສອນ ຈາກ ໄທ ມີ 4 ຄົນ ປະກອບມີ ພັດທະນາ ພົມມະເທບ ສະໂມສອນ ຊົນບູຣິ ເອຟຊີ ໄທລີກ 1, ທົດນີລາດ ສີບຸນເຮືອງ ສະໂມສອນ ສະຫມຸດການ ເອຟຊີ ໄທລີກ 4 ຈັນທະພອນ ແຫວນວົງສົດ ສະໂມສອນ ນ່ານ ເອຟຊີ ໄທລີກ 4 ແລະ ພຸດທະໄຊ ໂຄຈະເລີນ ສະໂມສອນ ນະຄອນປະຖົມ ຢູໄນເຕັດ ໄທລີກ 4 .





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.