​ ກິລາພາຍໃນ

ອາຊຽນມາແຮງເມື່ອ ທີມຊາດຫວຽດນາມ ກາຍເປັນທີມທີ 2 ທະລຸເຂົ້າຮອບນ໊ອກເອົ້າ ບານເຕະອາຊີ ຢູ23


   ເປັນໄປຕາມຄາດ ເມື່ອທີມຊາດຫວຽດນາມ ກາຍເປັນຊາດອາຊຽນ ທີມທີ 2 ທີ່ຜ່ານເຂົ້າຮອບນ໊ອກເອົ້າ ໃນການແຂ່ງຂັນບານເຕະຊີງແຊັມອາຊີ ລຸ້ນອາຍຸບໍ່ເກີນ 23 ປີ ຫຼັງຈາກທີ່ຢັນສະເໝີ ຊີເຣຍ 0-0 ພຽງພໍຕໍ່ການເຂົ້າຮອບ ເພາະ ສ ເກົາຫຼີ ບຽດຊະນະ ອົດສະຕຣາລີ 3-2.

   ຈາກຜົນດັ່ງກ່າວ ສົ່ງຜນົໃຫ້ ສ ເກົາຫຼີ ຄວ້າແຊັມກຸ່ມ ຈາກການມີ 7 ຄະແນນ, ສ່ວນ ຫວຽດນາມ ມີ 4 ຄະແນນຈາກການລົງສະໜາມ 3 ນັດ, ຊະນະ 1, ສະເໝີ 1 ແລະ ເສຍ 1 ນັດ ຄວ້າຮອງແຊັມກຸ່ມ ຜ່ານເຂົ້າຮອບ 8 ທີມສຸດທ້າຍ ພ້ອມທັງ ເຂ່ຍ ອົດສະຕຣາລີ ມີ 3 ຄະແນນ ແລະ ຊີເຣຍ ມີ 2 ຄະແນນ ຕົກຮອບໄປ.

   ສໍາລັບ ຮອບ 8 ທີມສຸດທ້າຍ ຫວຽດນາມ ຈະຜ່ານເຂົ້າໄປພົບກັບ ອິຣັກ, ສ່ວນ ສ ເກົາຫຼີ ຈະໄປພົບກັບ ມາເລເຊຍ ທີມຈາກອາຊຽນ ໃນວັນທີ 20 ມັງກອນນີ້.





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.