LU02

ລົດຈັກຕຳກັນເຈັບ 3 ມີເດັກນ້ອຍແດ່



ຢາກບອກວ່າທາງຊື່ເທົ່າໃດຍິ່ງຕ້ອງລະວັງລະດັບຄວາມໄວໃຫ້ຫຼາຍເທົ່ານັ້ນ ເພາະວ່າຕ່າງຄົນຕ່າງເລ່ງຖ້າເກີດອຸປະຕິເຫດຂຶ້ນມາແລ້ວຈະຍາກ ເຈັບໜັກສູນເສຍທັງສຸຂະພາບ ແລະຊັບສິນ ດັ່ງເຫດການທີ່ເກີດຂຶ້ນມື້ນີ້ໃກ້ໂຮງງານເບຍລາວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເປັນຍ້ອນຕ່າງຄົນຕ່າງຂີ່ໄວມາພົບກັນໂດຍກະທັນຫັນ ເຮັດໃຫ້ບາດເຈັບໄປ 3 ຄົນ ໃນນັ້ນມີລູກຊາຍໄວ 3 ປີຢູ່ນຳ.




ເຫດການເກີດຂຶ້ນຕອນສວາຍມື້ນີ້ວັນທີ17.1.2018 ເວລາ13.31 ໂມງໂດຍແມ່ນລົດຈັກຕຳລົດຈັກຢູ່ 3 ເເຍກເເຖວໂຮງງານເບຍລາວ ທາງໜ່ວຍກູ້ໄພປະສານໃຈໄດ້ອອກກວດສອບເຫດຢູ່ຈຸດເກີດເຫດພົບວ່າມີຜູ້ບາດເຈັບ 3 ຄົນ ຜູ້ທີ1ເພດຊາຍອາຍຸ35ປີ ອາການເບື່ອງຕົ້ນ ເຈັບບາໄລ່ຊ້າຍ ເເລະ ເເຜຖະລອກຢູ່ຂາຂວາ, ຜູ້ທີ2ເພດຊາຍອາຍຸ3ປີເປັນລູກຂອງຜູ້ທຳອິດອາການເບື່ອງຕົ້ນ ເຈັບທ້ອງຈາກການກະທົບ, ຜູ້ທີ3ເພດຍີງອາຍຸ 30 ປີອາການເບື່ອງຕົ້ນ ເຈັບຂາຂວາ ດັ່ງນັ້ນໜ່ວຍກູ້ໄພປະສານໃຈໄດ້ປະຖົມພະຍາບານເບື່ອງຕົ້ນເເລ້ວນຳສົ່ງໂຮງຫມໍໄຊເສດຖາທິຣາດ.


ຂໍໃຫ້ນັກຂັບຂີ່ທຸກຄົນຈົ່ງຢ່າປະໝາດໃນການຂັບຂີ່ ຄ່ອຍໄປຄ່ອຍມາຖ້າມີເດັກນ້ອຍຂີ່ນຳຍິ່ງຕ້ອງລະວັງຫຼາຍຂຶ້ນ ເພື່ອຫຼີກລ້ຽງການເກີດອຸປະຕິເຫດໃຫ້ໄດ້ຫຼາຍທີ່ສຸດ. ແນວໃດກໍ່ຕາມຂໍໃຫ້ທຸກຄົນຫາຍໄວໆເດີ!!!




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About see

0 comments:

Post a Comment

Powered by Blogger.