ເດັກຖືກຖີ້ມ

ແມ່ຖິ້ມເດັກນ້ອຍເກີີດໃໝ່ຢູ່ກຳແພງວັດ ແຕ່ຫນ້າເສົ້າເດັກເສຍຊິວິດກ່ອນທີ່ປະຊາຊົນຈະໄປພົບ


ພົບເດັກນ້ອຍເກີດໃຫມ່ຖືກຖິ້ມໄວ້ຂ້າງກຳແພງວັດ ແຕ່ຫນ້າເສົ້າ ເດັກເສຍຊິດແລ້ວ ນີ້ເປັນເຫດການຄັ້ງທີ2ຢູ່ນະຄອນຫຼວງວຽງຈັນທີ່ມີເຫດການຖິ້ມເດັກນ້ອຍເກີດໃຫມ່ພາຍໃນໄລຍະເວລາພຽງ2ວັນເທົ່ານັ້ນ.

ໜ່ວຍກູ້ໄພພັດທະນາ ຜາສຸກ  Phasouk Rescueລາຍງານວ່າ: ໃນວັນພຸດ ທີ 17/ 1/ 2018 ເວລາ10:30ນາທີ
ທາງໜ່ວຍກູ້ໄພ ມູນນິທິ ພັດທະນາ ຜາສຸກ ໄດ້ຮັບແຈ້ງເຫດຈາກ: ປະຊາຊົນ ຜ່ານເບີສຸກເສີນວ່າມີເຫດ ເດັກນ້ອຍເກີດໃໝ່ (ເສຍຊີວິດໂດຍບໍ່ຮູ້ສາເຫດ )

ຈຸດເກີດເຫດແມ່ນ ບ. ໜອງທາເໜືອ (ຂ້າງວັດໜອງທາເໜືອ)  ເມືອງຈັນທະບູລີນະຄອນຫຼວງວຽງຈັນ ເມື່ອໜ່ວຍກູ້ໄພ ມູນນິທິ ພັດທະນາ ຜາສຸກ  ໄປຮອດພົບເຫັນເດັກນ້ອຍເສຍຊີວິດເປັນ ເພດຍິງ 1 ຄົນ.

ບໍ່ຮູ້ວ່າເດັກທີ່ຖືກຖີ້ມເສຍຊີວິດກ່ອນຈິ່ງເອົາໄປຖີ້ມ ຫຼື ເອົາໄປຖີ້ມແລ້ວຈິ່ງເສຍຊີວິດ ຈັ່ງໃດກໍ່ຂໍໃຫ້ເດັກໄປສູ່ສຸຂະຕິ ແລະຂໍໃຫ້ສັງຄົມມີຄວາມຮັບຜິດຊອບຫຼາຍກວ່ານີ້ ຖ້າມີຊີວິດຢູ່ແຕ່ບໍ່ພ້ອມຈະລ້ຽງກໍ່ຈົ່ງເອົາໃຫ້ຜູ້ທີ່ເຂົາມີເງື່ອນໄຂເອົາໄປລ້ຽງ, ກໍລະນີທີ່ເສຍຊີວິດແລ້ວກໍ່ຄວນຈັດການມ້ຽນຄາບໃຫ້ດີເພາະແນວໃດກໍ່ລູກໂຕເອງ


ນີ້ເປັນເຫດການຖິ້ມເດັກນ້ອຍເກີດໃຫມ່ຄັ້ງທີ2 ໃນໄລຍະເວລາພຽງ2 ວັນ ເນື່ອງຈາກໃນວັນທີ15/01/2018 ເວລາ 18:30 ນາທີ ມີປະຊາຊົນແຈ້ງຫາໜ່ວຍກູ້ຊີບອົງການການແດງລາວວ່າມີເດັກນ້ອຍແລກເກີດຖືກຖິ້ມເສຍຊີວິດຢູ່ແຄມປ່າ ບ້ານໂນນແສງຈັນ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ເມື່ອໜ່ວຍກູ້ຊີບຮອດຈຸດເກີດເຫດແມ່ນພົບເຫັບສົບເດັກນ້ອຍແລກເກີດເປັນເພດຊາຍ ດັ່ງນັ້ນໜ່ວຍກູ້ຊີບຈຶ່ງໄດ້ປະສານຫາເຈົ້າໜ້າທີ່ຕຳຫຼວດແລະທາງໜ່ວຍກູ້ຊີບອົງການກາແດງລາວໄດ້ພົວພັນຕິດຕໍ່ຜູ້ໃຈບຸນອະນຸເຄາະເປັນເຈົ້າພາບຈັດພິທີທາງສາດສະໜາໃຫ້ແກ່ສົບເດັກນ້ອຍດັ່ງກ່າວທີ່ປ່າຊ້າບ້ານໂນນສະຫງ່າ.


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.