ການເງິນ

ລາວ-ສະໂລວັກ ລົງນາມການຮ່ວມມືທາງດ້ານການເງິນ


ອີງຕາມການລາຍງານຂອງຫນັງສືພິມ ເສດຖະກິດ ການຄ້າ ສະບັບວັນພຸດທີ17 ມັງກອນ2018 ໃຫ້ຮູ້ວ່າ: ໄດ້ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການເງິນ ລະຫວ່າງ ກະຊວງການເງິນ ສປປ ລາວ ແລະ ທະນາຄານສົ່ງອອກ-ນຳເຂົ້າ ສະໂລວັກ ຕາງໜ້າກະຊວງການເງິນເຊັນໂດຍ ທ່ານ ສິດທິສອນ ເທບພາສີ ຫົວໜ້າກົມການເງິນຕ່າງປະເທດ ແລະ ຄຸ້ມຄອງໜີ້ສິນ ກັບ ທ່ານ ນາງ Monika kohutova ຜູ້ບໍລິຫານ ທະນາຄານ ສົ່ງອອກ-ນຳເຂົ້າ ສະໂລວັກ ໃນວັນທີ 16 ມັງກອນ 2018 ທີ່ ຮ້ານອາຫານ ຄົວລາວ ນະຄອນຫຼວງວຽງຈັນ.

ຜ່ານການຄົ້ນຄວ້າຮ່າງເນື້ອໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການເງິນ ເຊິ່ງຝ່າຍ ສະໂລວັກ ໄດ້ປັບບາງເນື້ອໃນຕາມການສະເໜີຂອງຝ່າຍລາວ ປະກອບມີ 8 ມາດຕາຄື:

ມາດຕາ 1: ຈຸດປະສົງແມ່ນເພື່ອ ສົ່ງເສີມການຮ່ວມມືດ້ານການເງິນ ທີ່ EXIM ສະໂລວັກ ຈະຄໍ້າປະກັນຄວາມສ່ຽງດ້ານການຄ້າ ແລະ ການເມືອງ ສຳລັບເງິນກູ້ຜ່ອນຜັນຮູບແບບສິນເຊື່ອເພື່ອການສົ່ງອອກ ແລະ ການຊ່ວຍເຫຼືອການຄ້າ ທີ່ທະນາຄານທຸລະກິດໃດໜຶ່ງຂອງສະໂລວັກ ຈະປ່ອຍກູ້ໃຫ້ ສປປ ລາວ.
ມາດຕາ 2: ເງື່ອນໄຂ ແລະ ຂໍ້ກໍານົດເງິນກູ້ ແມ່ນອີງຕາມຫຼັກການຂອງອົງການ ເພື່ອການຮ່ວມມື ແລະ ການພັດທະນາເສດຖະກິດ (OECD) ສຳລັບປະເທດທີ່ມີລາຍໄດ້ຕໍ່າ. ການເຈລະຈາ ແລະ ເຊັນສັນຍາກູ້ຢືມແມ່ນ ລະຫວ່າງກະຊວງການເງິນ ແລະ ທະນາຄານທຸລະກິດ ສະໂລວັກ.

ມາດຕາ 3: ການນໍາໃຊ້ເງິນກູ້ແມ່ນ ສໍາລັບການຈັດຊື້ສິນຄ້າ ແລະ ການບໍລິການ ຈາກບໍລິສັດທີ່ຈົດທະບຽນ ແລະ ເຄື່ອນໄຫວທຸລະກິດ ພາຍໃຕ້ກົດໝາຍຂອງສະໂລວັກ.
ມາດຕາ 4: ການນໍາໃຊ້ເງິນກູ້ ແມ່ນໂຄງການປຶກສາຫາລື ເຈລະຈາສັນຍາການຊື້ສິນຄ້າ ກັບ ບໍລິສັດ ສະໂລວັກ. ລັດຖະບານຮັບຮອງການຊື້ສິນຄ້າ ແລະ ແຈ້ງເປັນລາຍລັກອັກສອນໃຫ້ EXIM ແລະ ທະນາຄານທຸລະກິດ ສະໂລວັກ. ຈາກນັ້ນ, ຈຶ່ງດຳເນີນການເຈລະຈາສັນຍາເງິນກູ້ ຕາມການອະນຸມັດຂອງ EXIM ສະໂລວັກ.
ມາດຕາ 5: ການເບີກຖອນເງິນກູ້ ແມ່ນອີງຕາມເງື່ອນໄຂທີ່ກໍານົດໃນສັນຍາເງິນກູ້. ສຳລັບແຕ່ລະໂຄງການ.
ມາດຕາ 6: ຄວາມຮັບຜິດຊອບຂອງກະຊວງການເງິນ ແຫ່ງ ສປປ ລາວແມ່ນຮັບປະກັນການປະຕິບັດພັນທະຕ່າງໆຕໍ່ທະນາຄານທຸລະກິດ ກໍຄື EXIM ສະໂລວັກ.

ມາດຕາ 7: ການຕິດຕາມກວດກາ ການຈັດຕັ້ງປະຕິບັດໂຄງການ ແລະ ການສະໜອງຂໍ້ມູນ ທີ່ຕິດພັນກັບກົດໝາຍລະບຽບການ ລວມທັງສະພາບເສດຖະກິດໃຫ້ກັນ ແລະ ກັນ.
ມາດຕາ 8: ການແກ້ໄຂຂໍ້ຂັດແຍ່ງ ແມ່ນຜ່ານຊ່ອງທາງການທູດ. ບົດບັນທຶກຄວາມເຂົ້າໃຈ ຈະມີຜົນສັກສິດ ນັບແຕ່ວັນທີ 1 ຂອງເດືອນຕໍ່ໄປ ຫຼັງຈາກວັນທີ່ລົງລາຍເຊັນຮ່ວມກັນ, ມີອາຍຸ 2 ປີ ແລະ ສາມາດຕໍ່ໄດ້.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.