LU02

ເບິ່ງເພື່ອເປັນບຸນຕາ ໜ້ອຍໜັກຈະເຫັນຍົນມາແລ່ນຢູ່ທາງລົດ



ເຫດເກີດມື້ນີ້ໆເອງ ພົບເຫັນທີ່ບ້ານໜອງບົວທອງ ນະຄອນຫຼວງວຽງຈັນ ກໍ່ເລີຍເອົາມາຝາກທ່ານຜູ້ອ່ານເພາະຜ່ານມາເຮົາເຄີຍເຫັນແຕ່ຍົນບິນຢູ່ເທິງຟ້າກັບຈອດຢູ່ເດິ່ນ ມາບັດນີ້ເພິ່ນເອົາມາລາກຢູ່ຖະໜົນລົດທຽວ ກໍ່ເລີຍສ້າງຄວາມຕື່ນຕາຕື່ນໃຈແກ່ຜູ້ພົບເຫັນພໍສົມຄວນ.



ຜູ້ໃດເຫັນກໍ່ຕ້ອງຈອດເບິ່ງກ່ອນ ເພື່ອເປັນເລື່ອງເລົ່າ, ທີ່ຈິງບໍ່ມີຫຍັງດອກເພິ່ນອາດຈະເຄື່ອນຍ້າຍໄປໃສ່ບ່ອນອື່ນ ເພາະໂຕເຄື່ອງບໍ່ສາມາດເຄື່ອນຍ້າຍເອງໄດ້ ຄົງປະມານນີ້ລະ.


ແຕ່ກ່ອນຈະໄປຮອດຈຸດໝາຍປາຍທາງພາກັນລຳບາກບໍ່ໜ້ອຍ ຍ້ອນສະພາບສາຍໄຟບ້ານເຮົາຊ່າງຫຼາຍເຫຼືອເດີນຕ້ອງຄ່ອຍໆເອົາໄມ້ເຂ່ຍໄປແຕ່ລະບ່ອນ. ແຕ່ທຸກຢ່າງບໍ່ເໜືອຄວາມພະຍາຍາມດອກ ຄິດວ່າຕອນນີ້ຄົງເຖິງເປົ້າໝາຍປາຍທາງເປັນທາງຮຽບຮ້ອຍແລ້ວ.


















-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.