ກອງທັບ

ກອງທັບ ເລື່ອນຊັ້ນພັນໂທ ຂຶ້ນພັນເອກ 3 ສະຫາຍ, ພັນຕີ ຂຶ້ນພັນໂທ 163 ສະຫາຍ


ໃນຕອນເຊົ້າວັນທີ 16 ມັງ ກອນ 2018 ນີ້, ຢູ່ສະໂມສອນ ກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີປະກາດການເລື່ອນ ຊັ້ນໃຫ້ນາຍທະຫານທີ່ມີຜົນງານ ແລະ ຄົບມາດຖານເງື່ອນໄຂ ຕາມກົດໝາຍນາຍທະຫານ. ໂດຍ ການເຂົ້າຮ່ວມເປັນປະທານຂອງທ່ານພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ, ຮອງ ລັດຖະມົນຕີກະຊວງປ້ອງກັນ ປະເທດ ຫົວຫນ້າກົມໃຫຍ່ການ ເມືອງກອງທັບ, ມີຕາງໜ້າຈາກ 4 ກົມໃຫຍ່, ຫ້ອງວ່າການກະ ຊວງ, ຄະນະພັກ-ຄະນະບັນຊາ ຈາກກົມກອງ ແລະ ນາຍທະ ຫານຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມຢ່າງພ້ອມພຽງ.


ພັນເອກ ພູມີ ດາລາເພັດ ຮອງ ຫົວໜ້າກົມພະນັກງານ ກົມໃຫຍ່ ການເມືອງກອງທັບ ໄດ້ຂຶ້ນຜ່ານ ດຳລັດຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສະບັບເລກທີ 22-24/ນຍ ລົງວັນທີ 15 ມັງ ກອນ 2018 ວ່າດ້ວຍການເລື່ອນ ຊັ້ນນາຍທະຫານ, ອີງໃສ່ຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ ວຽກງານຢູ່ກະຊວງປ້ອງກັນປະ ເທດ, ອີງຕາມກົດໝາຍວ່າດ້ວຍ ທະຫານກອງທັບປະຊາຊົນ ລາວ ສະບັບເລກທີ 07/ສພຊ ລົງວັນທີ 22 ຕຸລາ 2004, ອີງ ຕາມໜັງສືສະເໜີຂອງຄະນະຈັດ ຕັ້ງສູນກາງພັກ ສະບັບເລກທີ 08/ຄຈສພ ລົງວັນທີ 3 ມັງກອນ
2018.


ຈຶ່ງໄດ້ອອກດຳລັດຕົກ ລົງເລື່ອນຊັ້ນນາຍທະຫານພັນ ໂທຂຶ້ນພັນເອກ ຈຳນວນ 3 ສະ ຫາຍຄື: ພັນໂທ ທອງສີ ວິຈິດ ວົງສາ ຮອງຫົວໜ້າກົມຈັດຕັ້ງ ພັກ ກົມໃຫຍ່ການເມືອງກອງ ທັບ, ພັນໂທ ຈັນທະພອນ ອຸດົມສຸກ ຮອງຫົວໜ້າການເມືອງໂຮງໝໍ 103, ພັນໂທ ສົມພົງ ສັງຄີສີສະ ຫວາດ ຫົວໜ້າພະແນກເອີຣົບ ອາເມຣິກາ ກົມພົວພັນຕ່າງປະ ເທດ.

ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ສະບັບ ເລກທີ 202/ກປທ ລົງວັນທີ 8 ມັງກອນ 2018 ວ່າດ້ວຍການ ເລື່ອນຊັ້ນໃຫ້ນາຍທະຫານຢູ່ບັນ ດາອົງການ, ກອງພົນ, ກອງພັນ ໃຫຍ່ ແລະ ບັນດາແຂວງ, ອີງ ຕາມກົດໝາຍນາຍທະຫານ ກອງທັບປະຊາຊົນລາວ ໄດ້ລະບຸ ໄວ້ໃນໝວດທີ III ມາດຕາທີ 17 ແລະ 18 ວ່າດ້ວຍການເລື່ອນຊັ້ນ ໃຫ້ນາຍທະຫານ, ອີງໃສ່ການ ຄົ້ນຄວ້ານຳສະເໜີຂອງກົມໃຫຍ່ ການເມືອງກອງທັບ, ດັ່ງນັ້ນກະ ຊວງປ້ອງກັນປະເທດຈຶ່ງໄດ້ຕົກ ລົງເລື່ອນຊັ້ນນາຍທະຫານພັນຕີ ຂຶ້ນພັນໂທ ຈຳນວນ 163 ສະ ຫາຍ.

ໂອກາດນີ້ທ່ານພົນໂທ ວິໄລ ຫຼ້າຄຳຟອງ ຄະນະເລຂາທິການ ສູນກາງພັກ ຮອງລັດຖະມົນຕີກະ ຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ການມືອງກອງທັບ ໄດ້ ເນັ້ນໜັກໃຫ້ນາຍທະຫານທີ່ໄດ້ ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້ ຕ້ອງຮັບຮູ້ເຂົ້າໃຈແຈ້ງກ່ຽວກັບ ການເລື່ອນຊັ້ນນາຍທະຫານໃນ ກອງທັບປະຊາຊົນລາວ ເຫັນໄດ້ ຄວາມສຳຄັນ ແລະ ຄວາມຈຳ ເປັນພາວະວິໄສທັງບັນຫາຍຸດ ທະສາດທີ່ພົວພັນເຖິງການຂະ ຫຍາຍຕົວຂອງກອງທັບເຮົາ, ເອົາໃຈໃສ່ປັບປຸງ ແລະ ກໍ່ສ້າງ ກອງທັບໃຫ້ເປັນຂະບວນຟົດຟື້ນ ແຂງແຮງກວ່າເກົ່າ, ເອົາໃຈໃສ່ ເຊື່ອມຊຶມກຳແໜ້ນ ແລະ ເປັນເອ ກະພາບກັບແນວທາງນະໂຍ ບາຍຂອງພັກ ກົດໝາຍຂອງລັດ, ໜ້າທີ່ການເມືອງຂອງກອງທັບ ຢ່າງເລິກເຊິ່ງ, ເປັນເຈົ້າການຈັດ ຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ໂດຍ ສະເພາະແມ່ນມະຕິວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານຂອງ ຄະນະພັກກະຊວງປ້ອງກັນປະ ເທດ, ມີທັດສະນະຊົນຊັ້ນການ ເມືອງໜັກແໜ້ນ, ມີຄວາມຈົງຮັກ ພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະ ຊາຊົນບັນດາເຜົ່າ, ຍົກສູງນ້ຳໃຈ ຮັກຊາດເຊີດຊູນ້ຳໃຈເອກະລາດ ເປັນເຈົ້າຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ, ເຮັດສຳເລັດໜ້າທີ່ວຽກງານທີ່ ການຈັດຕັ້ງມອບໝາຍໃຫ້ເປັນ ຢ່າງດີ.

ແກ້ໄຂປະກົດການຫຍໍ້ທໍ້ ຕ່າງໆຢູ່ໃນຖັນແຖວພະນັກງານ ສະມາຊິກພັກ, ພ້ອມກັນເປັນເຈົ້າ ການພັດທະນາຕົນເອງໃຫ້ເປັນ ແບບຢ່າງນຳໜ້າທີ່ດີໃນທຸກ ດ້ານ, ເປັນເຈົ້າການປະກອບ ສ່ວນເຂົ້າໃນການເສີມຂະ ຫຍາຍພາລະບົດບາດການນຳພາຂອງ ພັກຕໍ່ກຳລັງປະກອບອາວຸດໃຫ້ ເລິກເຊິ່ງ, ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາໃນການ ເຄື່ອນໄຫວວຽກງານ, ມີລະບຽບແບບແຜນວິທະຍາສາດ ແລະ ທັນສະໄໝ,ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການປັບປຸງກໍ່ສ້າງກົມ ກອງ, ມີວິໄສທັດກວ້າງໄກ, ເປັນຄົນມີຈິດໃຈກວ້າງຂວາງ, ຮັກສາຄວາມສາມັກຄີພາຍໃນແໜ້ນແຟ້ນ, ເຂັ້ມງວດຕໍ່ຕົນເອງ ແລະ ຕໍ່ໜ້າທີ່ການເມືອງທີ່ໄດ້ ຮັບມອບໝາຍ, ຕັ້ງໜ້າເສີມຂະຫຍາຍຄວາມສາມັກຄີທີ່ເປັນມູນເຊື້ອລະຫວ່າງກອງທັບກັບປະຊາຊົນ ແລະ ສືບຕໍ່ປັບປຸງກໍ່ສ້າງ ກົມກອງຂອງຕົນໃຫ້ປອດໃສ ເຂັ້ມແຂງໜັກແໜ້ນເທື່ອລະ ກ້າວ.


ແຫລ່ງທີ່ມາຈາກຫນັງສືພິມກອງທັບປະຊາຊົນລາວhttp://www.kongthap.gov.la
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.