8 ແຂວງພາກເໜືອ

8 ແຂວງພາກເໜືອຖອດຖອນບົດຮຽນການຄຸ້ມຄອງເງິນຄ່າທໍານຽມ - ຄ່າບໍລິການສາທາລະນະສຸກ




ເພື່ອພ້ອມກັນແກ້ໄຂບັນດາຂໍ້ຕົກບົກພ່ອງໃນການຄຸ້ມຄອງເງິນຄ່າທຳນຽມ-ຄ່າບໍລິການສາທາລະນະສຸກ ໃຫ້ມີຄວາມເປັນເອກະພາບ ໃນຕອນເຊົ້າຂອງວັນທີ 17 ມັງກອນ 2018 ຕົວແທນຈາກພະແນກສາທາລະນະສຸກ 8 ແຂວງພາກເໜືອຈິ່ງໄດ້ມາເຕົ້າໂຮມກັນທີ່ ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ແຂວງ ໄຊຍະບູລີ ເພື່ອປືກສາຫາລືຖອດຖອນບົດຮຽນການຈັດຕັ້ງປະຕິບັດຄຸ້ມຄອງເງິນຄ່າທໍານຽມ - ຄ່າບໍລິການຂອງຂະແໜງສາທາລະນະສຸກ.

ກອງປະຊຸມຈັດຂຶ້ນໂດຍການເປັນປະທານຂອງທ່ານ ດຣ ນາງ ຄຳຜິວ ພູທອນສີ ຫົວໜ້າພະແນກສາທາລະນະສຸກແຂວງ ໄຊຍະບູລີ, ເປັນກຽດເຂົ້າຮ່ວມຂອງທ່ານ ຄຳພອນ ພຸດທະວົງ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີທ່ານ ດຣ ສຸພາບ ປັນຍາແກ້ວ ຮອງຫົວໜ້າກົມການເງິນກະຊວງສາທາລະນະສຸກ, ມີຫົວໜ້າອຳນວຍການໂຮງໝໍມະໂຫສົດ, ສູນຜິວໜັງ ແລະ ຫົວໜ້າອຳນວຍການໂຮງໝໍແຂວງຊຽງຂວາງ, ຫຼວງພະບາງ, ອຸດົມໄຊ, ຫຼວງນ້ຳທາ, ຫົວພັນ, ບໍ່ແກ້ວ ແລະ ແຂວງຜົ້ງສາລີພ້ອມດ້ວຍທີມງານສາທາລະນະສຸກເຂົ້າຮ່ວມ.


ໃນກອງປະຊຸມທ່ານ ວຽງໄຊ ວິລະວົງ ຮັກສາການຫົວໜ້າພະແນກນະໂຍບາຍການເງິນສາທາລະນະສຸກກົມການເງິນ, ໄດ້ຂຶ້ນຜ່ານທົບທວນຄຶນເນື້ອໃນລັດຖະບັນຍັດ ເລກທີ 003/ປປທ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ, ເນື້ອໃນດຳລັດເລກທີ 349/ລບ ວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ເງິນຄ່າບໍລິການຢູ່ສະຖານທີ່ບໍລິການກວດພະຍາດ ແລະ ປິ່ນປົວຂອງລັດ, ພ້ອມທັງປຶກສາຫາລືການຈັດຕັ້ງປະຕິບັດໃນໄລຍະຜ່ານມາ,ພ້ອມທັງທົບທວນຄຶ້ນເນືອໃນບົດແນະນຳຂອງລັດຖະມົນຕີກະຊວງສາທາລະນະສຸກ ເລກທີ 1776/ສທ ວ່າດ້ວຍການໃຫ້ເງິນບຳເນັດຊຸກຍູ້ນ້ຳໃຈໃນການປະຕິບັດລະບອບກະຕຸກຊຸກຍູ້ພະນັກງານຕາມຜົນສຳເລັດຂອງວຽກງານທີ່ການຈັດຕັ້ງມອບໝາຍ ແລະ ກົນໄກການຈ່າຍເງິນປະກັນສຸຂະພາບໃຫ້ສະຖານທີ່ບໍລິການ, ຈາກນັ້ນຫົວໜ້າອຳນວຍການໂຮງໝໍມະໂຫສົດ, ສູນຜິວໜັງ ແລະ ຫົວໜ້າອຳນວຍການໂຮງໝໍແຂວງ 8 ແຂວງກໍ່ໄດ້ຜັດປ່ຽນກັນນຳສະເໜີບົດຮຽນທີ່ຖອດຖອນໄດ້ຈາກການຈັດຕັ້ງປະຕິບັດດຳລັດ ເລກທີ 349/ລບ ຢູ່ໂຮງໝໍແຂວງຂອງຕົນ.



    ໃນກອງປະຊຸມຜູ້ເຂົ້າຮ່ວມຍັງໄດ້ສົນທະນາແລກປ່ຽນຄຳຄິດຄຳເຫັນກ່ຽວກັບການກຳນົດໂຄງສ້າງລາຄາຢາ, ສະເໜີແຜນການຈັດຕັ້ງປະຕິບັດ ແລະ ຕາຕະລາງເກັບກຳຂໍ້ມູນ, ຜະລິດຕະພັນການແພດ, ວິເຄາະ, ລັງສີ ແລະ ຄ່າບໍລິການອື່ນໆຢູ່ໃນສະຖານທີ່ບໍລິການກວດພະຍາດ ແລະ ປິ່ນປົວຂອງລັດ, ວິທີການສ້າງແຜນຈົດລາຍຮັບ-ລາຍຈ່າຍ, ເງິນຄ່າບໍລິການ, ການສະຫຼຸບການມອບລາຍຮັບເງິນຄ່າບໍລິການເຂົ້າບັນຊີເງິນຝາກຢູ່ຄັງແຫ່ງຊາດ ແລະ ມອບຄ່າທຳນຽມເຂົ້າງົບປະມານແຫ່ງລັດ, , ຢູ່ສະຖານທີ່ບໍລິການກວດພະຍາດ ແລະ ປິ່ນປົວຂອງລັດ( ໂຮງໝໍສູນກາງ ແລະ ໂຮງໝໍແຂວງ, ກ່ຽວກັບການຄຸ້ມຄອງລາຄາຄ່າບໍລິການໃຫ້ສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມໃນແຕ່ລະໄລຍະ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ, ສ້າງເງື່ອນໄຂໃຫ້ສະຖານທີ່ບໍລິການກວດພະຍາດ ແລະ ປິ່ນປົວຂອງລັດໃຫ້ມີຄວາມຍຶນຍົງທາງດ້ານການເງິນ ແລະ ກ້າວໄປສູ່ກຸ່ມຕົນເອງເທື່ອລະກ້າວ .                         

     ຂ່າວ: ທອງຈັນ


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.