LU03

ເບິ່ງວິທີສະໝັກລະອຽດຂອງ ນັກກິລາດອກປີກໄກ່ລຸ້ນເຍົາວະຊົນ ຮ່ວມຊີງແຊັມທົ່ວປະເທດ ຕົ້ນເດືອນກຸມພານີ້


   ອີງຕາມການແຈ້ງການຂອງ ສະຫະພັນດອກປີກໄກ່ແຫ່ງຊາດລາວ ໃຫ້ຊາບຕື່ມກ່ຽວກັບ ວິທີການສະຫມັກລົງແຂ່ງຂັນ ລາຍການ ແຂ່ງຂັນດອກປີກໄກ່ຊິງແຊ໋ມເຍົາວະຊົນທົ່ວປະເທດ ( 1st Flypower Lao Badminton Junior Championship 2018 ) ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 2-4 ກຸມພາ 2018 ນີ້ທີ່ ສະໂມສອນດອກປີກໄກ່ HK ບ້ານໂພນປາເປົ້າ ເຊິ່ງມີລາຍລະອຽດດັ່ງນີ້:


   1. ສົ່ງຊື່ ແລະ ນາມສະກຸນຂອງນັກກິລາທີ່ຈະລົງແຂ່ງຂັນ ພ້ອມແຈ້ງລາຍການທີ່ຈະລົງແຂ່ງຂັນລຸ້ນໃດ ແລະ ຮູບສຳເນົາເອກະສານຢັ້ງຢືນ (ບັດປະຈຳຕົວ ຫຼື ສຳມະໂນຄົວ) ແລ້ວສົ່ງມາທາງວັອດແອັບ whatsApp ທີ່ເບີ 02059193355 ຫຼື inbox ໂດຍກົງເຂົ້າມາໃນເຟສບຸ້ກສະຫະພັນດອກປີກໄກ່ແຫ່ງຊາດລາວ

   2. ເປີດຮັບສະຫມັກຈົນເຖິງວັນທີ 29 ມັງກອນ 2018 ເວລາ 17:00 ໂມງ ແລະ ຊຳລະຄ່າລົງທະບຽນໃຫ້ຮຽບຮ້ອຍໃນວັນທີ 29 ມັງກອນ 2018
   3. ສະຫະພັນຈະແຈ້ງຜົນການຈັບສະຫລາກແຂ່ງຂັນ ແລະ ຕາຕະລາງການແຂ່ງຂັນໃຫ້ຊາບໃນຕອນເຊົ້າວັນທີ 31 ມັງກອນ 2018
   4. ການພິມເສື້ອນັກກິລາຂໍໃຫ້ປະຕິບັດຕາມກົດລະບຽບການພິມຂອງສະຫະພັນທີ່ໄດ້ແຈ້ງໄປກ່ອນຫນ້ານີ້ດ້ວຍ

   5. ນັກກິລາທີມຊາດຊຸດເຍົາວະຊົນທີ່ມີຊື່ໃນແຈ້ງການ ແມ່ນບໍ່ອະນຸຍາດໃຫ້ລົງແຂ່ງເດັດຂາດ
   6. ລາຍລະອຽດການແຂ່ງຂັນ ລຸ້ນແຂ່ງຂັນ ແລະ ຄ່າທຳນຽມການສະຫມັກ ເບິ່ງຄືນໄດ້ຈາກໂພສກ່ອນຫນ້ານີ້




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.