ນາຍົກ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ແຫ່ງຣາຊະອານາຈັກກໍາປູເຈຍ


ໃນຕອນເຊົ້າຂອງວັນທີ 17 ມັງກອນ 2018 ຢູ່ທີ່ ສໍານັກງານນາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສົມເດັດ ກຼໍລາຫອມ ຊໍ ເຄັງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນ ແຫ່ງຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງ ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 14-18 ມັງກອນ 2018.

ໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຂອງ ທ່ານ ສົມເດັດ ກຼໍລາຫອມ ຊໍ ເຄັງ ພ້ອມດ້ວຍຄະນະ ໃນຄັ້ງນີ້ ອັນເປັນການປະກອບສ່ວນສໍາຄັນ ເພື່ອເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ-ກໍາປູເຈຍ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ໂດຍສະເພາະແມ່ນ ການພົວພັນຮ່ວມມື ທາງດ້ານວຽກງານປ້ອງກັນຄວາມສະຫງົບ ຢູ່ຕາມບໍລິເວນຊາຍແດນຂອງສອງປະເທດ ເພື່ອໃຫ້ມີຄວາມສະຫງົບ, ປອດໄພ ແລະ ອໍານວຍຄວາມສະດວກ ໃຫ້ແກ່ການ ໄປ-ມາຫາສູ່ກັນ ຂອງປະຊາຊົນສອງປະເທດ, ການປັກຫຼັກໝາຍຊາຍແດນຮ່ວມກັນ, ການຄຸ້ມຄອງຄົນ ເຂົ້າ-ອອກເມືອງ ແລະ ອື່ນໆ. ພ້ອມດຽວກັນນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບ ການພັດທະນາ ເສດຖະກິດ-ສັງຄົມໃຫ້ ທ່ານ ສົມເດັດ ກຼໍລາຫອມ ຊໍ ເຄັງ ພ້ອມດ້ວຍຄະນະ ໄດ້ຮັບຊາບ.

ໂອກາດເຂົ້າຢ້ຽມຂໍ່ານັບ ໃນຄັ້ງນີ້, ທ່ານ ສົມເດັດ ກຼໍລາຫອມ ຊໍ ເຄັງ ໄດ້ສະແດງຄວາມຂອບໃຈ ມາຍັງທ່ານນາຍົກລັດຖະມົນຕີ ທີ່ໄດ້ເສຍສະຫຼະເວລາອັນມີຄ່າ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນຄັ້ງນີ້ ພ້ອມທັງ ແຈ້ງຈຸດປະສົງຂອງການເດີນທາງມາເຄື່ອນໄຫວຢ້ຽມຢາມ ໃນຄັ້ງນີ້ ແລະ ສັນຍາວ່າ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງ ກໍາປູເຈຍ-ລາວ ທີ່ເປັນມູນເຊື້ອ ມາແຕ່ດົນນານແລ້ວນັ້ນ ໃຫ້ແຕກດອກອອກຜົນ ແລະ ໄດ້ຮັບຜົນດີຍິ່ງໆຂຶ້ນ.

ແຫລ່ງ: ກົມປະຊາສໍາພັນ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.